• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ລາຍການ​ວາ​ລະ​ຄັ້ງ​ທີ 34 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ນັບແຕ່ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ XIV ມາຮອດປັດຈຸບັນ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ສົມທົບກັບຄະນະປະຈຳສະພາແຫ່ງຊາດລວບລວມຄຳຄິດເຫັນ, ຂໍ້ສະເໜີ ຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ຝາກມາຍັງສະພາແຫ່ງຊາດ ໄດ້1915 ຂໍ້.

ວາລະຄັ້ງທີ 34 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ວັນທີ 9 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳຄິດເຫັນໃສ່ຮ່າງບົດລາຍງານໝາກຜົນຂອງການຕິດຕາມກວດກາການແກ້ໄຂ, ຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງທີ່ຝາກມາກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ; ລາຍງານການລວບລວມຄຳຄິດເຫັນ, ຂໍ້ສະເໜີຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ຝາກມາກອງປະຊຸມສະໄຫມສາມັນເທື່ອທີ 7 ຂອງສະພາແຫ່ງຊາດ.

ທ່ານ ເຈີນແທັງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ XIV ມາຮອດປັດຈຸບັນ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ສົມທົບກັບຄະນະປະຈຳສະພາແຫ່ງຊາດລວບລວມຄຳຄິດເຫັນ, ຂໍ້ສະເໜີ ຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ຝາກມາຍັງສະພາແຫ່ງຊາດ ໄດ້1915 ຂໍ້

        ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ຖືວ່າ ບັນດາເນື້ອໃນທີ່ຜູ້ມີສິດເລືອກຕັ້ງຍົກອອກມາສະພາແຫ່ງຊາດຈະໄດ້ຕິດຕາມກວດກາ, ມີຫຼາຍເນື້ອໃນກ່ຽວຂ້ອງເຖິງບັນດາຮ່າງກົດໝາຍສະພາແຫ່ງຊາດກໍ່ຈະນຳມາປຶກສາຫາລືຢູ່ກອງປະຊຸມຈະມາເຖິງ. ພ້ອມທັງ, ສະເໜີໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ກວດກາຄືນເພື່ອຕີລາຄາຢ່າງລະອຽດຕື່ຶີມໃນບົດລາຍງານ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top