• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໃນ​ຂົງ​ເຂດ​ເສ​ນາ​ຮັກ

ວັນທີ 15 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍເສນາຮັກ 103, ກອງທັບປະຊາຊົນ ຫວຽດນາມ, ຈັດພິທີສະຫຼຸບຕີລາຄາຖອດຖອນບົດຮຽນໃນການປະຕິບັດໂຄງການຜ່າຕັດປ່ຽນໝາກໄຂ່ຫຼັງ ປີ 2023.
ຜູ້ຕາງໜ້າໂຮງໝໍສູນກາງ 103 ກອງທັບປະຊາຊົນ ລາວ ແລະ ຜູ້ຕາງໜ້າໂຮງໝໍເສນາຮັກ 103 ກອງທັບປະຊາຊົນ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: TTXVN)

ຄະນະການນຳໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ ໃນຂອບເຂບຜັນຂະຫຍາຍແຜນການຮ່ວມມືດ້ານເສນາຮັກ ຫວຽດນາມ - ລາວ, ໃນປີນີ້, ບັນດານັກຊ່ຽວຊານຂອງໂຮງໝໍເສນາຮັກ 103 ຫວຽດນາມ ໄດ້ໄປຍັງນະຄອນຫຼວງວຽງຈັນ ເພື່ອສົມທົບປະຕິບັດສຳເລັດການຜ່າຕັດປ່ຽນໝາກໄຂ່ຫຼັງ 7 ຄູ່ ຢ່າງສຳເລັດຜົນດ້ວຍໝາກຜົນອັນຈົບງາມ.

ພາຍຫຼັງຜ່າຕັດສຸຂະພາບຄົນເຈັບທຸກໆຄົນຟື້ນຕົວໄດ້ດີ, ມີຄົນເຈັບບາງຄົນໄດ້ກັບຄືນໄປເຮັດວຽກເປັນປົກກະຕິ. ພາຍໃຕ້ການແນະນຳຂອງນັກຊ່ຽວຊານ ຫວຽດນາມ, ບັນດາທ່ານໝໍຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກໍສາມາດເປັນເຈົ້າການດ້ານເຕັກນິກໃນບາງຂັ້ນຕອນຜ່າຕັດ ກໍຄື ຕິດຕາມອາການຄົນເຈັບຫຼັງຜ່າຕັດເປັນເທື່ອລະກ້າວ.

ດ້ວຍຈິດໃຈສ້າງສັນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ສອງກອງທັບເວົ້າລວມ ແລະ ລະຫວ່າງສອງໂຮງໝໍເວົ້າສະເພາະ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບາງທິດທາງການຮ່ວມມືໃນປີໜ້າ. ຕາມນັ້ນແລ້ວ, ໃນປີ 2024, ໂຮງໝໍເສນາຮັກ 103 ຫວຽດນາມ ຈະສືບຕໍ່ຈັດສົ່ງນັກຊ່ຽວຊານໄປສົມທົບໜູນຊ່ວຍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ປະຕິບັດການຜ່າຕັດປ່ຽນໝາກໄຂ່ຫຼັງ ແຕ່ 10 ຫາ 20 ຄູ່; ສືບຕໍ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ຖ່າຍທອດເຕັກນິກເພື່ອຮອດປີ 2025, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ສາມາດເປັນເຈົ້າການໃນການຜ່າຕັດປ່ຽນໝາກໄຂ່ຫຼັງໄດ້ຢ່າງສົມບູນ.

 

 

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top