ແລະໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງ ແຜນການຕິດຕາມກວດກາກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການພັດທະນາ ແລະ ນຳໃຊ້ແຫລ່ງຊັບພະຍາກອນມະນຸດ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາ ເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນແຫລ່ງຊັບພະຍາກອນທີ່ມີຄຸນນະພາບສູງ”, ພິຈາລະນາ, ຕົກລົງການເພີ່ມເຕີມຮ່າງງົບປະມານແຫ່ງລັດປີ 2024 ຂອງກະຊວງສາທາລະນະສຸກ ແລະ ໃຫ້ຄຳເຫັນກ່ຽວກັບການຈັດຕັ້ງເວທີປາໄສສະພາແຫ່ງຊາດວ່າດ້ວຍການເຄື່ອນໄຫວຕິດຕາມກວດກາ.






