ຂ່າວສານ
ສືບຕໍໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ພ້ອມກັນຮ່ວມມື, ພ້ອມກັນພັດທະນາວັດທະນາຖາວອນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບ ທ່ານນາງ Men Sam Am, ຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ (ພາບ: VGP)
ທີ່ການຕ້ອນຮັບ, ທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມມີຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດບົນເນື້ອໃນຈິດໃຈພ້ອມກັນຮ່ວມມື, ພ້ອມກັນພັດທະນາວັດທະນາຖາວອນ, ບໍ່ປະໃຫ້ບໍ່ວ່າອິດທິກຳລັງປໍລະປັກໃດມາແບ່ງແຍກນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາຢາກໃຫ້ທ່ານນາງ ຮອງນາຍົກລັດຖະມົນຕີ Men Sam Am ສືບຕໍ່ໍຊຸກຍູ້ບັນດາອົງການ, ສະມາຄົມ, ຄະນະ, ມະຫາຊົນ ກຳປູເຈຍ ສະໜັບສະໜູນເລື່ອງສະພາແຫ່ງຊາດ ສອງປະເທດໃຫ້ສັດຕະຍາບັນບັນດາເອກະສານນິຕິກຳກ່ຽວກັບການຂີດເສັ້ນປັກຫຼັກໝາຍຊາຍແດນໂດຍໄວ. ທ່ານນາຍົກລັດຖະມົນຕີກໍ່ຫວັງວ່າ ລັດຖະບານ ກຳປູເຈຍຈະ ເອົາໃຈໃສ່, ໜູນຊ່ວຍ ຊາວກຳປູເຈຍທີ່ມີເຊື້ອຊາຍ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ, ເປັນຕົ້ນແມ່ນກ່ຽວກັບເອກະສານດ້ານນິຕິກຳເພື່ອໃຫ້ມີຊີວິດເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັງຄົມຂອງປະເທດປະຈຳຖິ່ນ. ໃນການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ສອງປະເທດແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ຕັ້ງໜ້າຮ່ວມມື, ຊຸກຍູ້, ນຳການພົວພັນດ້ານການຄ້າພັດທະນາຢ່າງແຮງກ່ວາອີກ.
ສ່ວນທ່ານນາງ Men Sam Am ຢັ້ງຢືນວ່າ ກຳປູເຈຍຕັດສິນໃຈຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສອງປະເທດ, ພ້ອມທັງເນັ້ນໜັ້ກວ່າ ກຳປູເຈຍ ບໍ່ອາດຫຼົງລືມການເສຍສະຫຼະຊີວິດ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່ຂອງ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນ ກຳປູເຈຍໃນການຕໍ່ສູ້ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ
(ແຫຼ່ງຄັດຈາກ VOV)