• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ແບ່ງສິດອໍານາດໃຫ້ແກ່ທ້ອງຖິ່ນໃນການລົງທຶນກິດຈະການປ້ອງກັນ, ຕ້ານໄພທໍາມະຊາດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່່າຍອິນເຕີເນັດກ່ຽວກັບການ ສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍໜ້າທີ່ໃນປີ 2019. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່່າຍອິນເຕີເນັດກ່ຽວກັບການ ສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍໜ້າທີ່ໃນປີ 2019

ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່່າຍອິນເຕີເນັດກ່ຽວກັບການ ສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍໜ້າທີ່ໃນປີ 2019. ກ່າວຄໍາເຫັນທີ່ກອງປະຊຸມ, ຈາກບັນດາຂໍ້ສະເໜີຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຈະຍູ້ແຮງການແບ່ງຂັ້ນ, ແບ່ງສິດອໍານາດ, ສິດຕັດສິນໃຫ້ແກ່ການນໍາທ້ອງຖິ່ນ ເພື່ອຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການປ້ອງກັນ, ຕ້ານໄພທໍາມະຊາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍເນັ້ນໜັກວ່າ ພັກ, ລັດ ມີຄວາມເອົາໃຈໃສ່ເຖິງວຽກງານປ້ອງກັນ, ຕ້ານໄພທໍາມະຊາດທີ່ສຸດ; ໄດ້ຊີ້ນໍາໃຫ້ປັບປຸງກົງຈັກການຈັດຕັ້ງ ກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ; ຍາມໃດກໍຍົກສູງນໍ້າໃຈຄວາມຮັບຜິດຊອບໃນການປ້ອງກັນ, ຕ້ານໄພທໍາມະຊາດ,  ຈາກນັ້ນ ຈຶ່ງຈໍາກັດໄດ້ຜົນເສຍຫາຍສ່ວນໃດສ່ວນໜຶ່ງ ຈາກໄພທໍາມະຊາດກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ແມ່ນໜຶ່ງໃນຈໍານວນ 10 ປະເທດ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດນາບຂູ່, ແຕ່ພ້ອມກັນນັ້ນ ກໍໄດ້ເນັ້ນໜັກເຖິງຄວາມເຊື່ອໝັ້ນທີ່ຈະຜ່ານຜ່າ ແລະ ເອົາຊະນະຕໍ່ໄພທໍາມະຊາດໄດ້.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top