• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຮັກສາການພົວພັນສາມັກຄີແບບພິເສດ ຫວຽດນາມ -ລາວ

      ນຊຸມວັນນີ້, ພ້ອມກັບປະເທດ ສປປ ລາວ, ຢູ່ ຫວຽດນາມ ກໍ່ພວມດຳເນີນບັນດາການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 43 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2/12/1975 – 2/12/2018). ກ່ອນນີ້ 43 ປີ, ໄດ້ເປີດສັງກາດໃໝ່ໃນການສ້າງຕັ້ງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຄືໃນທຸກວັນນີ້.

ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃນການພົບປະໃນເດືອນ 9 ຜ່ານມາ
(ພາບ:Trĩ Dũng/TTXVN)anguage: EN-US;mso-bidi-language:AR-SA'>: VGP)
      ໂດຍມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານແຫ່ງການພັດທະນາຂອງທັງສອງປະເທດນັ້ນ, ຫວຽດນາມ ແລະ ລາວ ພວມເພີ່ມພູນຄູນສ້າງການພົວພັນແບບພິເສດ, ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນເພື່ອບັນລຸໄດ້ບັນດາຜົນງານພັດທະນາອັນໃຫຍ່ຫຼວງກ່ວາອີກ.
        43 ປີຜ່ານມາ, ເຖິງວ່າສະພາບການໂລກ, ພາກພື້ນມີການຜັນປ່ຽນຢ່າງສັບສົນກໍ່ຕາມ, ແຕ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ເຊິ່ງການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ສືບຕໍ່ພັດທະນາ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ, ແມ່ນກົດເກນຄົງຕົວ, ພັດທະນາ, ແມ່ນປັດໄຈຕັດສິນຊີ້ຂາດເຖິງໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດໃນປະຈຸບັນ.
ການພົວພັນມິດຕະພາບແບບພິເສດ, ຫາຍາກໃນການພົວພັນສາກົນໃນປະຈຸບັນ
       ອາດຈະຢັ້ງຢືນໄດ້ວ່າ, ໃນປະຫວັດແຫ່ງການພົວພັນສາກົນໃນປະຈຸບັນ, ຍາກທີ່ມີການພົວພັນສະໜິດແໜ້ນຄືການພົວພັນ ຫວຽດນາມ - ລາວ. ດ້ວຍເຈດຕະນາດີ, ຈິງໃຈຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງບົນພື້ນຖານນ້ຳໃຈຖານສະຫາຍອ້າຍນ້ອງ, ຊ່ວຍເພື່ອນແມ່ນຊ່ວຍຕົນເອງ, ພັກ, ລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ຮຽງບ່າຮຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.
        ປະເທດ ລາວ ເຄີຍສະຫງວນດິນແດນສ່ວນໜຶ່ງຂອງຕົນເພື່ອຊ່ວຍໃຫ້ ຫວຽດນາມ ກໍ່ສ້າງ “ເສັ້ນທາງ ໂຮ່ຈີມິນ”, “ເຮັດທາງລຽບຕາມສາຍພູຫຼວງໄປກູ້ຊາດ”, ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບໃນປີ 1975 ແລະ ສ້າງເງື່ອນໄຂໃຫ້ແກ່ການປະຕິວັດ ລາວ ຍາດໄດ້ໄຊຊະນະຢ່າງສົມບູນ, ສ້າງຕັ້ງປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975. ໄຊຊະນະອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ນັ້ນແມ່ນການພິສູດໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ, ຄວາມບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຄີຍເນັ້ນໜັກວ່າ:
        ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງການພົວພັນແບບພິເສດ, ຫາຍາກລະຫວ່າງສອງປະເທດ. ຍ້ອນວ່າ, ນັ້ນແມ່ນການພົວພັນທີ່ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ ແມ່ນຄວາມສາມັກຄີ, ຊ່ວຍກັນຕ້ານສັດຕູໂຕດຽວກັນ, ສ້າງການພົວພັນສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ. ນີ້ແມ່ນການພົວພັນຮ່ວມມືຮອບດ້ານ, ໝັ້ນຄົງ ມີລັກສະນະລຸລ່ວງໃນໄລຍະປະຫວັດສາດ, ໄລຍະທາງຕ່າງໆ
        ເພື່ອສືບທອດມໍລະດົກອັນລ້ຳຄ່ານັ້ນ, ປະຈຸບັນ, ການພົວພັນ ຫວຽດນາມ - ລາວ ກ້າວເຂົ້າສູ່ໄລຍະໃໝ່ຢ່າງແໜ້ນແຟ້ນກ່ວາ, ຮອບດ້ານກ່ວາ, ຊ່ວຍເຫຼືອກັນສ້າງສາປະເທດຊາດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕດ້ວຍພື້ນຖານເສດຖະກິດ, ວັດທະນະທຳ, ວິທະຍາສາດພັດທະນາ; ປົກປ້ອງຮັກສາການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ເພື່ອ ຊ່ວຍ ລາວ ພັດທະນາເສດຖະກິດຢ່າງສະດວກ, ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ ລາວ ລົງທຶນ ແລະ ຂຸດຄົ້ນທ່າກ່ຳປັ່ນ ຫວູງອ໊າງ, ຮ່າຕິ້ງ. ທ່ານ ດັ້ງດິ່ງກູ໊ຍ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
        ປະເທດໜຶ່ງທີ່ບໍ່ມີທະເລຈະມີສິ່ງຈຳກັດຢ່າງໃຫຍ່ຫຼວງແມ່ນບໍ່ມີເສັ້ນທາງອອກສູ່ທະເລ. ຍ້ອນເຫດນັ້ນ, ເສັ້ນທາງອອກສູ່ທະເລຈາກ ຫວຽດນາມ ແມ່ນໄລຍະທາງໃກ້ທີ່ສຸດ. ພ້ອມກັບຄວາມເອົາໃຈໃສ່ຂອງການນຳ ສອງປະເທດສຳລັບບັນຫາເຊື່ອມຕໍ່ຄົມມະນາຄົມຕາມລວງກ້ວາງລະຫວ່າງລາວ ແລະ ເຂດຝັ່ງທະເລຂອງ ຫວຽດນາມ, ເລື່ອງມີທ່າກ່່ຳປັ່ນເຊິ່ງ ຫວຽດນາມ ໄດ້ໜູນຊ່ວຍສ້າງໃຫ້ລາວ ແລວທາງນັ້ນແມ່ນສຳຄັນທີ່ສຸດ, ເສັ້ນທາງອອກສູ່ທະເລໃກ້ທີ່ສຸດ, ສ້າງຜົນດີໃນການພັດທະນາກັບລາວ, ບໍ່ພຽງແຕ່ແລວທາງຈາກຝັ່ງທະເລ ຫວຽດນາມ ເຂົ້າລາວ ເທົ່ານັ້ນ ຫາກຍັງໃຫ້ແກ່ການພັດທະນາລວມຂອງປະເທດລາວ ອີກດ້ວຍ.”
ນັກສຶກສາ ລາວ ຮ່ຳຮຽນຢູ່ມະຫາວິທະຍາໄລ ກະສິກຳ - ປ່າໄມ້ ຕ້ອນຮັບວັນຊາດ ສປປລາວ
(ພາບ:baothainguyen.org.vn)
      ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ
       ຜ່ານໄລຍະກ່ວາ 40 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ລົງນາມເມື່ອປີ 1977), ໂດຍສະເພາະແມ່ນເມື່ອສອງປະເທດປະຕິບັດ ກິດຈະການປ່ຽນແປງໃໝ່, ໃນສະພາບການເຊື່ອມໂຍງດ້ວຍການຜັນແປ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຍ້ອນຜົນກະທົບຈາກສະພາບການໂລກ ແລະ ພາກພື້ນ, ແຕ່ດ້ວຍມູນເຊື້ອອັນດີງາມຂອງການພົວພັນແບບພິເສດ, ການພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ, ເປີດກ້ວາງ, ສືບຕໍ່ຍາດໄດ້ບັນດາໄຊຊະນະອັນໃຫຍ່ຫຼວງ, ມີຄຸນນະພາບ ແລະ ປະສິດທິຜົນສູງ.
        ປະຈຸບັນ, ພ້ອມກັບການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳນັ້ນ, ສອງປະເທດໄດ້ສືບຕໍ່ເພີ່ມທະວີການໂຄສະນາ, ສຶກສາໃຫ້ປະຊາຊົນທຸກຊັ້ນວັນນະ, ໄວໜຸ່ມລຸ້ນຕ່າງໆມີຄວາມເຂົ້າໃຈເລິກເຊິ່ງວ່າ: ການພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຕະຫຼອດໄປ, ແມ່ນສິ່ງທີ່ຂາດບໍ່ໄດ້ຂອງສອງຊາດໃນເສັ້ນທາງແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.
        ການສະເຫຼີມສະຫຼອງ 43 ປີແຫ່ງວັນຊາດ ສປປ ລາວ, ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງປະເທດເພື່ອນມິດ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງປະເທດພ້ອມກັນຫວນຄືນໄລຍະທາງຮ່ວມມືທີ່ຜ່ານມາ, ພ້ອມກັນວາງອອກບັນດາຈຸດໝາຍໃໝ່ໃຫ້ແກ່ໄລຍະທາງຈະມາເຖິງ, ເພື່ອຄວາມຜາສຸກ, ຄວາມວັດທະນາຖາວອນຢູ່ແຕ່ລະປະເທດ ກໍ່ຄືຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top