• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ພິທີໄວ້ອາໄລອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ແຫ່ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ

       ຕອນເຊົ້າວັນທີ 21 ມີນາ ຢູ່ ສູນກອງປະຊຸມສາກົນ ເຮືອນເລກທີ 11 ຖະຫນົນ ເລຮົ່ງຟອງ, ຮ່າໂນ້ຍ, ບັນດາຄະນະຜູ້ແທນຢູ່ພາຍໃນ ແລະ ສາກົນ ສືບຕໍ່ມາໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ. ໃນນັ້ນ ມີບັນດາຄະນະຜູ້ແທນສາກົນຄື:
      
ຄະນະຜູ້ແທນລາວ ໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ
      ສະຖານທູດ ກູບາ, ສະຖານທູດ ບຣາຊິນ, ສະຖານທູດ ໄນຈີເລຍ, ສະຖານທູດ ບຸນກາຣີ, ສະຖານທູດບັນດາປະເທດ ອາຊຽນ ລວມມີ: ບຣຸໄນ, ມາເລເຊຍ, ມຽນມາ, ໄທ, ຟີລິບປີນ, ອິນໂດເນເຊຍ…ທ່ານ Neol Sirvigon, ເອກອັກຄະລັດຖະທູດ ຟີລິບປີນ ປະຈຳ ຫວຽດນາມ ແບ່ງປັນວ່າ:
        “ພວກຂ້າພະເຈົ້າໄດ້ຮູ້ຈັກທ່ານນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນການນຳມີການອຸທິດສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ. ພິເສດ, ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ມີຜົນງານຫລາຍຢ່າງໃນອາຍຸການຂອງຕົນ ດ້ວຍຖານະບົດບາດເປັນຜູ້ນຳໜ້າລັດຖະບານ ຫວຽດນາມ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫລົດໃຈຢ່າງສຸດຊື້ງມາຍັງປະຊາຊົນ ຫວຽດນາມ ທຸກຄົນ ກໍ່ຄືຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ
      ແລະກໍ່ໃນຕອນເຊົ້າວັນທີ 21 ມີນາ, ທີ່ຫໍປະຊຸມສາກົນ (ຮ່າໂນ້ຍ), ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກີ ເປັນຫົວໜ້າຄະນະ ກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ຖະຫວາຍທູບທຽນສະແດງຄວາມເຄົາລົບນັບຖື, ຄວາມໂສກເສົ້າເສຍຫາຍຕໍ່ການນຳທີ່ມີການປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການພັດທະນາຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top