• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ມີປະສິດທິຜົນ

ຕອນເຊົ້າວັນທີ 17 ສິງຫາ,ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບແຜນຮ່າງ “ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ 14 ໃຫ້ມີປະສິດທິຜົນ”. 
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນເຂົ້າຮ່ວມຖືວ່າ: ເລື່ອງປ່ຽນແປງໃໝ່ຮູບແບບການຈັດຕັ້ງການເຄື່ອນໄຫວສະພາແຫ່ງຊາດ ຕ້ອງອີງໃສ່ພື້ນຖານລັດຖະທໍາມະນູນ ແລະ ຂອບເຂດຂອງກົດໝາຍທີ່ປະກາດໃຊ້ໃນປັດຈຸບັນ. ບັນດາຜູ້ແທນກໍຖືວ່າ ບັນດາການປ່ຽນແປງໃໝ່ໃນການຊັກຖາມ ແລະ ການປຶກສາຫາລືຢ່າງຟົດຟື້ນໃນໄລຍະຜ່ານມາ ແມ່ນຈຸດພົ້ນເດັ່ນຂອງສະພາແຫ່ງຊາດ. ໃນການເຄື່ອນໄຫວສ້າງກົດໝາຍ, ລັດຖະດໍາລັດ ຕ້ອງປະຕິບັດໂຄງການສ້າງກົດໝາຍ ຢ່າງເຂັ້ມງວດ; ກໍາຈັດການປັບປຸງໂຄງການຫຼາຍທີ່ສຸດ. ຢືດໝັ້ນບໍ່ນໍາບັນດາໂຄງການບໍ່ຮັບປະກັນດ້ານລະບຽບການເຂົ້າໃນໂຄງການສ້າງກົດໝາຍ, ລັດຖະດໍາລັດ. ພ້ອມກັນນັ້ນ, ຕ້ອງຈັດກອງປະຊຸມຫົວເລື່ອງສະເພາະເປັນປະຈໍາ ເພື່ອປະກອບຄໍາຄິດເຫັນໃສ່ບັນດາຮ່າງກົດໝາຍ; ຕ້ອງປ່ຽນແປງໃໝ່ວິທີການຄັດເລືອກເອົາສະມາຊິກສະພາແຫ່ງຊາດ, ເອົາໃຈໃສ່ເຖິງດ້ານຍຸດທະສາດ ຂອງສະມາຊິກສະພາແຫ່ງຊາດ. ນອກຈາກນັ້ນ, ບັນດາຜູ້ແທນກໍໄດ້ສະເໜີວ່າ: ຄວນເພີ່ມທະວີການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ສ້າງແຜນການພັດທະນາເສດຖະກິດສັງຄົມໄລຍະສັ້ນ ແລະ ໄລຍະກາງ ເພື່ອໃຫ້ສະພາແຫ່ງຊາດປຶກສາຫາລື, ຕັດສິນ, ຜ່ານນັ້ນ ຮັບປະກັນລັກສະນະເປັນເຈົ້າການໃນການຮັບມືໃນການແກ້ໄຂບັນດາບັນຫາສໍາຄັນ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top