• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການໄອຍະການຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງແລະປັບປຸງລັດແຫ່ງກົດໝາຍໃຫ້ສົມບູນແບບ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງການໄອຍະການ ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

ຕອນເຊົ້າວັນທີ 06 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”, ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບເນື້ອໃນຂອງແຜນຮ່າງ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງການໄອຍະການ ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ ກໍຄືການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບ. ທ່ານປະທານປະເທດ ກໍຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າຢ່າງລະອຽດ, ແໜ້ນແຟ້ນບາງບັນຫາໃຫຍ່ ກ່ຽວຂ້ອງເຖິງພາລະໜ້າທີ່, ສິດອຳນາດໃນກົງຈັກລັດ ເຊິ່ງໄດ້ກຳນົດໃນລັດຖະທຳມະນູນ, ບັນດາບັນຫາກ່ຽວຂ້ອງເຖິງການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ ທີ່ຍັງມີຄວາມເຫັນແຕກຕ່າງກັນ, ຊັ່ງຊາວິທີການຄັດເລືອກເພື່ອໃຫ້ຄະນະຊີ້ນຳສືບຕໍ່ປຶກສາຫາລື, ພິຈາລະນາ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top