• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ປະກອບສ່ວນຢ່າງຍິ່ງໃຫຍ່ເພື່ອສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນຂອງໂລກ

ວັນທີ 7 ມິຖຸນາ 2019, ຢູ່ສຳນັກງານອົງການສະຫະປະຊາຊາດທີ່ ນິວຢອກ, ອາເມລິກາ, ສະມັກຊາໃຫຍ່ ສະຫະປະຊາຊາດໄດ້ເລືອກຕັ້ງ ຫວຽດນາມ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ດ້ວຍຈຳນວນບັດສະໜັບສະໜູນ 192/193 ບັດ. ຜົນງານດັ່ງກ່າວ ຕອບສະໜອງໄດ້ຄວາມມຸ່ງຫວັງຂອງປະຊາຊົນ ຫວຽດນາມ ແລະ ສະແດງໃຫ້ເຫັນວ່າ ພາຍຫຼັງ 30 ປີ ປະຕິບັດການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນຢ່າງຕັ້ງໜ້າ, ອິດທິຜົນ, ບົດບາດ, ຖານະບົດບາດຂອງ ຫວຽດນາມ ນັບມື້ນັບສູງຂຶ້ນ ຢູ່ສະຫະປະຊາຊາດ ແລະ ບົນເວທີສາກົນອີກດ້ວຍ. 
ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃນກອງປະຊຸມຂ່າວທີ່ ນິວຢອກ, ອາເມລິກາ. ພາບ: Xinhua/VNA

ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປ່ອນບັດເລືອກຕັ້ງ 5 ປະເທດທີ່ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ທີ່ ນິວຢອກ, ອາເມລິກາ ເມື່ອວັນທີ 7 ມິຖຸນາ 2019. ພາບ: Xinhua/VNA

ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຮັບຄຳອວຍພອນຈາກ
ຜູ້ຕາງໜ້າການຕ່າງປະເທດຂອງບັນດາປະເທດ ຫຼັງຈາກທີ່ ຫວຽດນາມ ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021,
ທີ່ ນິວຢອກ, ອາເມລິກາ ເມື່ອວັນທີ 7 ມິຖຸນາ 2019. ພາບ: Xinhua/VNA

ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,ຫົວໜ້າຄະນະຜູ້ແທນ ຫວຽດນາມ ພ້ອມກັບຜູ້ຕາງໜ້າຂອງ  4 ປະເທດທີ່ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ທີ່ ນິວຢອກ, ອາເມລິກາ ເມື່ອວັນທີ 7 ມິຖຸນາ 2019. ພາບ: Xinhua/VNA
ຫຼັງຈາກ ຫວຽດນາມ ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ທ່ານເລຂາທິການ, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີສານສະແດງຄວາມຂອບອົກຂອບໃຈຕໍ່ການຮັບຮອງຂອງປະຊາຄົມສາກົນ ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນບັນດາວຽກງານຂອງສາກົນ ແລະ ພາກພື້ນ. ເພິ່ນໄດ້ຢືນຢັນວ່າ “ດ້ວຍຄວາມຕັດສິນໃຈໃໝ່,  ບັນຍາກາດໃໝ່, ຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ ຕໍ່ກຳລັງແຮງ, ຄວາມຕັ້ງໝັ້ນຂອງ ທົ່ວພັກ, ທົ່ວປວງຊົນ, ດ້ວຍຄວາມພະຍາຍາມ ແລະ ການປະສານສົມທົບຢ່າງມີປະສິດທິຜົນຂອງທຸກຂັ້ນ, ທຸກກະຊວງ, ຄະນະ, ຂະແໜງການ ແລະ ການສະໜັບສະໜູນຂອງ ປະຊາຊົນ, ພວກເຮົາເຊື່ອວ່າ ຫວຽດນາມ ຈະສຳເລັດການດຳລົງຕຳແໜ່ງ ທີ່ເປັນກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ, ສົມກຽດທີ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບຢ່າງໝັ້ນຄົງ”.

ເລື່ອງ ຫວຽດນາມ ໄດ້ກາຍເປັນກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ ຄັ້ງທີ 2 ດັ່ງກ່າວ, ອີກເທື່ອໜຶ່ງໄດ້ຢືນຢັນຄວາມຕັດສິນໃຈຂອງ  ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດເພື່ອສັນຕິພາບ, ເອກະລາດ, ຮ່ວມມື ແລະ ພັດທະນາ, ເປັນການສະແດງອອກຢູ່ລະດັບສູງສຸດນະໂຍບາຍການຕ່າງປະເທດແມ່ນຫັນການພົວພັນທາງການທູດເປັນຫຼາກຫຼາຍຮູບແບບ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ບັນດາເວທີສາກົນ.

ທ່ານ Kamal Malhotra, ຜູ້ປະສານງານປະຈຳ ສະຫະປະຊາຊາດ ຢູ່ ຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນລະຍະເວລາເພື່ອໃຫ້ ຫວຽດນາມ ແປ່ງປັນບົດຮຽນກັບປະຊາຄົມສາກົນ, ພ້ອມກັນນັ້ນ ຫວຽດນາມ ກໍ່ຕ້ອງຖອດຖອນບົດຮຽນຈາກບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໂລກອີກດ້ວຍ. ສະຫະປະຊາຊາດ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນໄລຍະເວລາກວ່າ 40 ປີຜ່ານມາ. ດ້ວຍຖານະທີ່ເປັນຜູ້ຕາງໜ້າຂອງສະຫະປະຊາຊາດ ປະຈຳ ຫວຽດນາມ, ທ່ານ Kamal Malhotra ໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບ ຫວຽດນາມ ໃນບົດບາດ ແລະ ຖານະໜ້າທີ່ໃໝ່ ທີ່ສະພາຄວາມໝັ້ນຄົງ ເມື່ອ ຫວຽດນາມ ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ ອາຍຸການ 2020-2021.
 
ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີການເຂົ້າຮ່ວມໃນວຽກງານລວມຂອງປະຊາຄົມສາກົນ ດ້ວນຖານະບົດບາດນັບມື້ນັບສູງຂຶ້ນ. ຜ່ານອາຍຸການ 2008-2009, ຫວຽດນາມ ໄດ້ສະແດງໃຫ້ເຫັນເປັນປະເທດໜຶ່ງມີຄວາມຮັບຜິດຊອບ, ມີທັດສະນະຄ້າຍຄືກັນກັບບັນດາປະເທດທີ່ເປັນຄູ່ຮ່ວມມື ກ່ຽວກັບບັນຫາການເມືອງ, ມີຄວາມສາມາດເພື່ອປະກອບສ່ວນເຂົ້າໃນສະພາຄວາມໝັ້ນຄົງ ດ້ວຍການເຂົ້າຮ່ວມຢ່າງຄົບຖ້ວນເຂົ້າໃນບັນດາກອງປະຊຸມຂອງສະພາ.
 
ຫຼັງຈາກສຳເລັດການດຳລົງຕຳແໜ່ງທີ່ເປັນ ກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ ອາຍຸການ 2008-2009, ຫວຽດນາມ ສືບຕໍ່ຕາງໜ້າໃຫ້ບັນດາປະເທດໃນພາກພື້ນ ອາຊີ-ປາຊີຟິກ, ອອກສະໝັກເລືອກຕັ້ງເຂົ້າຕຳແໜ່ງດັ່ງກ່າວ ໃນອາຍຸການ 2020-2021.

ດ້ວຍການດຳລົງຕຳແໜ່ງທີິ່ເປັນປະທານ ອາຊຽນ ໃນປີ 2020-ປີທຳອິດຂອງທົດສະວັດທີ 2 ໃນສະຕະວັດທີ XXI, ເລື່ອງ ຫວຽດນາມ ໄດ້ເລືອກຕັ້ງເປັນ ກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຄວາມຕັ້ງໜ້າໃນການປະກອບສ່ວນຂອງ ຫວຽດນາມ ເພື່ອສັນຕິພາບ, ຄວາມສະຫງົບໃນພາກພື້ນ ແລະ ສາກົນ, ຈາກນັ້ນ ອິດທິພົນ ແລະ ຖານະບົດບາດໃໝ່ຂອງ ຫວຽດນາມ ນັບມື້ນັບສູງຂຶ້ນ.
 
ທ່ານ Kamal Malhotra ໄດ້ເນັ້ນໜັກວ່າ ເມື່ອໄດ້ເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ, ຫວຽດນາມ ຈະມີໂອກາດເພື່ອສະແດງຄວາມສາມາດຂອງຕົນ, ສວມບົດບາດທີ່ສຳຄັນໃຫ້ແກ່ບັນດາເຫດການໃນພາກພື້ນ ແລະ ທົ່ວໂລກ. ປະຈຸບັນ, ໂລກພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍອັນຍິ່ງໃຫຍ່ໃນຫຼາຍດ້ານ. ເພາະສະນັ້ນ, ຫວຽດນາມ ຕ້ອງເພີ່ມທະວີບົດບາດ, ການປະກອບສ່ວນ ຢ່າງແຂງແຮງ ແລະ ສຳຄັນກວ່າເກົ່າບົນບັນດາເວທີໃນພາກພື້ນ ແລະ ສາກົນ.

ເລື່ອງໄດ້ເລືອກຕັ້ງເປັນກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ ຄັ້ງນີ້ ຍັງເປັນໂອກາດເພື່ອຍົກສູງຖະນາບົດບາດ ແລະ ຮູບພາບປະເທດ ຫວຽດນາມ ຮັກຫອມສັນຕິພາບ, ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິພາບ ເຂົ້າໃນການຕໍ່ສູ້ລວມຂອງມະນຸດ ເພື່ອເປົ້າໝາຍສັນຕິພາບ, ເອກະລາດແຫ່ງຊາດ, ວັດທະນາຖາວອນ, ປະຊາທິປະໄຕ ແລະ ກ້າວໜ້າຂອງສັງຄົມ. ເຫດການດັ່ງກ່າວກໍ່ໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈ, ຊຸກຍູ້ປະຊາຊົນ ຫວຽດນາມ ໝົດທຸກຄົນ ມີການປະກອບສ່ວນຢ່າງສຸດຈິດສຸດໃຈເຂົ້າໃນພາລະກິດການປ່ຽນແປງໃໝ່ ແລະ ພັດທະນາ ປະເທດຊາດ ຢ່າງຮອບດ້ານ. ນີ້ກໍ່ແມ່ນເງື່ອນໄຂທີ່ສະດວກເພື່ອໃຫ້ ຫວຽດນາມ ສືບຕໍ່ກໍ່ສ້າງສະພາບແວດລ້ອມການລົງທຶນເຮັດທຸລະກິດທີ່ຈັບໃຈ, ປອດໄພໃນພາກພື້ນ ແລະ ສາກົນ.
 
ຫວຽດນາມ ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈໍາການສະພາຄວາມໝັ້້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ເປັນກຽດອັນສະຫງ່າ, ຢືນຢັນແນວທາງການຕ່າງປະເທດທີ່ຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ. ນີ້ແມ່ນຈຸດໝາຍທີ່ມີຄວາມໝາຍສຳຄັນ ໃນໄລຍະ ຫວຽດນາມ ຜັນຂະຫຍາຍມະຕິຕົກລົງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກຳນົດທິດໃຫ້ແກ່ວຽກງານການຕ່າງປະເທດຫຼາຍຝ່າຍແມ່ນ “ເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດທີ່ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສະຫະປະຊາຊາດ” ແລະ ຄຳສັ່ງເລກທີ 25-CT/TW ອອກວັນທີ 8 ສິງຫາ 2018 ຂອງຄະນະເລຂາທິການ ກ່ຽວກັບການຍູ້ແຮງ, ຍົກລະດັບການຕ່າງປະເທດຫຼາຍຝ່າຍເຖິງປີ 2030. ຄຳສັ່ງເລກທີ 25-CT/TW ໄດ້ກຳນົດເປົ້າໝາຍໃຫ້ວຽກງານການຕ່າງປະເທດຫຼາຍຝ່າຍໃນເວລາຈະມາເຖິງແມ່ນ “ພະຍາຍາມສວມບົດບາດທີ່ເປັນຫຼັກແຫຼ່ງ, ນຳພາ ຫຼື ໄກເກຍ ຢູ່ບັນດາເວທີປາໄສ, ອົງການຈັດຕັ້ງຫຼາຍຝ່າຍທີ່ມີຄວາມສຳຄັນຍຸດທະສາດ ສຳລັບປະເທດຊາດ”, ແທດເໝາະກັບຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງ ຫວຽດນາມ. 
ປະຕິບັດໂດຍ: VNA/VNP

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top