• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຍູ້ແຮງຂະບວນການ “ກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ”

      ຕອນບ່າຍວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ການເຮັດວຽກ (ພາບ: TTXVN)
      ເພື່ອຍູ້ໄວວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ຍັງຕິດຄ້າງຫຼັງສົງຄາມ, ເບິ່ງແຍງດູແລໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ປະກອບສ່ວນເຂົ້າໃນວຽກງານຮັບປະກັນການຊ່ວຍໜູນສັງຄົມ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ ສະມາຄົມ ຈົ່ງເຊື່ອມຊຶມ ແລະ ຈັດຕັ້ງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະ ໂຄງການດໍາເນີນງານແຫ່ງຊາດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີໃຫ້ເປັນຢ່າງດີ; ປັບປຸງວຽກງານການຈັດຕັ້ງຂອງສະມາຄົມຢູ່ຂັ້ນຕ່າງໆໃຫ້ໜັກແໜ້ນ, ເຂັ້ມແຂງ, ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງສະມາຄົມ ແລະ ໃກ້ຊິດສະໜິດສະໜົມກັບຜູ້ປະສົບເຄາະຮ້າຍຫຼາຍກວ່າອີກ. ທ່ານກ່າວວ່າ:
        “ຄວນເອົາໃຈໃສ່ເຖິງການລະດົມບັນດາແຫຼ່ງກຳລັງພາຍໃນສັງຄົມ, ເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຖືນີ້ແມ່ນໜ້າທີ່ຈຸດສຸມຂອງສະມາຄົມທຸກຂັ້ນ ແລະ ປະຕິບັດຢ່າງເປັນປະຈຳ. ສືບຕໍ່ຍູ້ແຮງຂະບວນການ “ກະທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ” ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມ. ທາງສະມາຄົມ ຕ້ອງປະຕິບັດບົດບາດປຸກລະດົມທົ່ວສັງຄົມຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຜູ້ປະສົບເຄາະຮ້າຍ, ກ່ອນອື່ນໝົດແມ່ນເບິ່ງແຍງເຂົາເຈົ້າໃນການຕ້ອນຮັບບຸນປີໃໝ່ປະຈຳຊາດ 2021”.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top