• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມື ຫວຽດນາມ - WEF

ວັນທີ 22 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິງຄ໊າຍ, ຫົວໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 52 ຢູ່ Davos (ສະວິດ) ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26); ທ່ານ Borge Brende ປະທານ WEF; ທ່ານ Henrik Anderson ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Vestas Wind Systems.
  ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຕ້ອນຮັບທ່ານ Alok Sharma ຢູ່ Davos 2022 (ພາບ: TTXVN)  

 ທີ່ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການກວມລວມ, ຮອບດ້ານໃນຂົງເຂດຫັນປ່ຽນພະລັງງານ, ຫັນປ່ຽນຮູບແບບການເຕີບໂຕຕາມທິດສີຂຽວ, ໝູນວຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກໃນ COP26. ຫວຽດນາມ ຫວັງວ່າ ລາຊະອານາຈັກ ອັງກິດ, ສະຫະພາບເອີຣົບ (ອີຢູ) ແລະ ບັນດາປະເທດສະມາຊິກອື່ນໆໃນກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈະຍົກອອກຄຳໝັ້ນສັນຍາລະອຽດໂດຍໄວເພື່ອໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້.

ທີ່ການຕ້ອນຮັບທ່ານ Borge Brende ປະທານ WEF, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ເນັ້ນໜັ້ກວ່າ ຫວຽດນາມ ສຸມໃສ່ການສ້າງພື້ນຖານເອກະລາດ, ເປັນເຈົ້າຕົນເອງ, ພ້ອມທັງສືບຕໍ່ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ມີປະສິດທິຜົນ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ. ທ່ານປະທານ WEF ມີຄວາມເຫັນດີເຫັນພ້ອມຕໍ່ການກຳນົດທິດ ແລະ ທັດສະນະພັດທະນາຂອງ ຫວຽດນາມ, ສະແດງຄວາມປາດຖະໜາສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມື ຫວຽດນາມ - WEF. WEF ຈະສືບຕໍ່ສົມທົບກັບ ຫວຽດນາມ ດຳເນີນການສົນທະນາເຈລະຈາຍຸດທະສາດແຫ່ງຊາດເທື່ອທີ 2 ໃນໄລຍະຈະມາເຖິງ.

  ຄະນະຜູ້ແທນ ຫວຽດນາມ ເຮັດວຽກກັບທ່ານ Borge Brende ປະທານ WEF (ພາບ: TTXVN)  

 ສ່ວນໃນການຕ້ອນຮັບທ່ານ Henrik Anderson ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Vestas Wind Systems, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສົ່ງເສີມນັກລົງທຶນຕ່າງປະເທດ, ພິເສດແມ່ນນັກລົງທຶນທີ່ມີກຳລັງຄວາມສາມາດ, ປະສົບການ ແລະ ມີກຳລັງດ້ານການເງິນເຂົ້າຮ່ວມ, ພັດທະນາພະລັງງານຜະລິດຄືນໃໝ່, ປະກອບສ່ວນເຂົ້າໃນວິວັດການພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານ Henrik Anderson ແບ່ງປັນວ່າ ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງກຸ່ມບໍລິສັດໃນໄລຍະຈະມາເຖິງ. ທາງກຸ່ມບໍລິສັດ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ສົມທົບກັບລັດຖະບານ ຫວຽດນາມ ເພື່ອແນໃສ່ຍົກສູງປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງຂະແໜງພະລັງງານ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top