• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີ​ສັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຢູ່​ງານ​ບຸນ ໂຍນ​ໝາກ​ຄອນລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ ​- ລາວ - ຈີນ

ຄ່ຳຄືນວັນທີ 31 ທັນ, ພິທີອັດງານບຸນ ໂຍນໝາກຄອນລະຫວ່າງບັນດາເມືອງຊາຍແດນຂອງ  3 ປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ 6 2019 ແລະ ພິທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2020 ໄດ້ດຳເນີນຢູ່ເມືອງ ເມື່ອງແຕ່ ແຂວງລາຍເຈົາ.

ບັນດານັກສະແດງມາຈາກແຂວງລາຍເຈົາ, ຫວຽດນາມ (ພາບ: TTXVN)

  ພິທີໄດ້ຈັດຕັ້ງປົກກະຕິ 2 ປີ ເທື່ອໜຶ່ງ, ດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ, ການລະຫຼີ້ນບັນເທິງ, ອາຫານການກິນ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຂອງວົງຄະນະຍາດບັນດາເຜົ່າ ຢູ່ເຂດຊາຍແດນຂອງ 3 ປະເທດ. ງານບຸນປີນີ້, ໄດ້ມີການເຂົ້າຮ່ວມຂອງຜູ້ແທນ, ນັກສະແດງ, ນັກກິລາ ແລະ ບັນດາວິສາຫະກະກິດຂອງ 3 ປະເທດກວ່າ 700 ທ່ານ ແລະ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 20.000 ຄົນ.

        ຜ່ານງານບຸນດັ່ງກ່າວ, ບັນດານັກກິລາ, ນັກສິລະປິນຂອງຊົນເຜົ່າຕ່າງໆ ໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ, ຝາກຝັງບັນດາຈຸດຄວາມງາມທີ່ມີສີສັນກ່ຽວກັບວັດທະນະທຳ, ປະຊາຊົນຂອງເຜົ່າຕົນກັບ ເພື່ອນມິດປະເທດຕ່າງໆ, ຮັດແໜ້ນສາຍພົວພັນດ້ານການທູດປະຊາຊົນ… ທ່ານ ເຈິ່ນດຶກຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນເມືອງເມື່ອງແຕ່ ແຂວງລາຍເຈົາ ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ ຈະສືບຕໍ່ຄຸ້ມຄອງຂົງເຂດວັດທະນະທຳຢ່າງມີປະສິດທິຜົນທີ່ສຸດ, ເຮັດແນວໃດເພື່ອໃຫ້ມີລັກສະນະຮັບໃຊ້ໃຫ້ແກ່ວຽກງານອະນຸລັກຮັກສາສີສັນວັດທະນະທຳຂອງແຕ່ລະຊົນຊາດຊົນເຜົ່າ ແລະ ຂຸດຄົ້ນຂົງເຂດວັດທະນະທຳໃຫ້ໄດ້ດີທີ່ສຸດ ເພື່ອສ້າງຈຸດພົ້ນເດັ່ນໃຫ້ແກ່ແຂກທ່ອງທ່ຽວ, ພ້ອມທັງສ້າງຄວາມໂດດເດັ່ນເພື່ອພັດທະນາຂະແໜງທ່ອງທ່ຽວຂອງເມືອງ”.

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຂອງທ່ານປະທານາທິບໍດີ ບຣທ່ານາຊິນ Lula da Silva ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ບຣາຊິນ.

Top