• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີສັນວັດທະນະທຳຫວຽດນາມຢູ່ງານມະໂຫລານຊາວຫນຸ່ມ,ນັກສຶກສາໂລກ

      ງານມະໂຫລານຊາວຫນຸ່ມ, ນັກສຶກສາໂລກຄັ້ງທີ 19 ພວມດຳເນີນໄປຢ່າງຟົດຟື້ນຢູ່ Sochi ສະຫະພັນລັດເຊຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 25.000 ຄົນ ແລະ ຜູ້ອາສາສະໝັກ 5000 ຄົນທີ່ມາຈາກຫລາຍປະເທດໃນໂລກ. 

ຮ້ານວາງສະແດງສິນຄ້າຂອງຫວຽດນາມດຶງດູດແຂກມາຊົມເປັນຈຳນວນຫລວງຫລາຍ
      ເນື່ອງໃນໂອກາດນີ້, ຄະນະຜູ້ແທນຫວຽດນາມ ຈະມີການເຄື່ອນໄຫວຫລາຍຢ່າງເພື່ອໂຄສະນາພາບພົດປະເທດຊາດ, ມູນເຊື້ອ ແລະ ສີສັນວັດທະນະທຳຂອງຊາດ.
      ພົ້ນເດັ່ນແມ່ນງານວາງສະແດງແນະນຳກ່ຽວກັບໄວຫນຸ່ມຫວຽດນາມ, ບົດບາດ ແລະ ຜົນງານຊື່ງລຸ້ນຫນຸ່ມນຳມາໃຫ້ກິດຈະການສ້າງສາ, ປົກປັກຮັກສາ ແລະ ປ່ຽນແປງໃຫມ່ຂອງປະເທດຊາດ, ແນະນຳບັນດາຜະລິດຕະພັນທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ. ນອກນັ້ນ ຄະນະຜູ້ແທນຫວຽດນາມ ກໍ່ໄດ້ເຂົ້າຮ່ວມການພົບປະແລກປ່ຽນ, ການໂອ້ລົມສົນທະນາສອງຝ່າຍ ກັບັບດນາອົງການຊາວຫນຸ່ມປະເທດຕ່າງໆ, ພົບປະ ແລະ ໂອ້ລົມສົນທະນາກັບທ່ານ Nicolas Papademitrou, ປະທານສະຫະພັນຊາວຫນຸ່ມປະຊາທິປະໄຕໂລກ ແລະ ເຂົ້າຮ່ວມລາຍການສະແດງສິລະປະຢູ່ “ວັນ ອາຊີ - ປາຊີຟີກ”, ເຂົ້າຮ່ວມງານແຂ່ງຂັນບານເຕະ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top