
ວັນທີ 26 ກໍລະກົດ, ໃນສານອວຍພອນທ່ານ ຫງວຽນຊວັນຟຸກ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນໄລຍະຈະມາເຖິງ “ເພື່ອແນໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ; ສືບຕໍ່ຊີ້ນຳ, ນຳພາການຈັດຕັ້ງປະຕິບັດໝາກຜົນການເຈລະຈາລະຫວ່າງ 2 ພັກ, 2 ລັດ ລາວ - ຫວຽດນາມ ໃນເດືອນ ມິຖຸນາ 2021 ຜ່ານມາຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ສົ່ງສານມາອວຍພອນທ່ານ ຟ້າມມິນຈິງ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຫວຽດນາມ.
ວັນທີ 26 ກໍລະກົດ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ. ທ່ານປະທານປະເທດ ສີຈີ້ນຜິງ ຢືນຢັນຖືເປັນສຳຄັນການພັດທະນາການພົວພັນລະຫວ່າງ ຈີນ - ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີການກຳນົດທິດຍຸດທະສາດສຳລັບການພົວພັນຂອງ 2 ພັກ, 2 ປະເທດ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ກໍ່ໄດ້ສົ່ງໂທລະເລກອວຍພອນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ; ທ່ານຮອງປະທານປະເທດ ວາງຈິຊານ ໄດ້ສົ່ງໂທລະເລກມາອວຍພອນເຖິງທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)