ວັນທີ 08 ກໍລະກົດ, ສານຍຸທິທຳສູງສຸດ ຝລັ່ງ ໄດ້ຕົກລົງສົ່ງຄະດີຮ້ອງຟ້ອງຂອງທ່ານນາງ ເຈິ່ນໂຕງາ ທີ່ຮ້ອງຟ້ອງບັນດາກຸ່ມບໍລິສັດທາດເຄມີ ອາເມລິກາ ທີ່ເຄີຍຜະລິດສານພິດສີສົ້ມໄປຍັງສະມັດາໃຫຍ່ຄົບຄະນະເພື່ອພິຈາລະນາ. ນີ້ແມ່ນຂັ້ນສູງສຸດໃນການພິຈາລະນາຄະດີຂອງສານຍຸຕິທຳ, ໂດຍຈະໄດ້ຮຽກໂຮມກໍ່ຕໍ່ເມື່ອມີຄະດີວາງອອກບັນດາບັນຫາດ້ານນິຕິກຳມີຄວາມໝາຍຫຼັກການ ຫຼື ຕ້ອງເປັນເອກະພາບວິທີນຳໃຊ້ກົດໝາຍ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງວາລະພິຈາລະນາໃບຄຳຮ້ອງຄຳຕັດສິນຄະດີຂອງທ່ານນາງ ເຈິ່ນໂຕງາ ໃນວັນທີ 16 ມິຖຸນາ.
ທ່ານ Bertrand Repolt, ໜຶ່ງໃນຈຳນວນ 2 ທະນາຍຄວາມປົກປ້ອງສິດຜົນປະໂຫຍດໃຫ້ແກ່ທ່ານນາງ ເຈິນໂຕງາ, ຖືວ່າ ຂໍ້ຕົກລົງນີ້ສະແດງໃຫ້ເຫັນວ່າ ສານຍຸຕິທຳ ຕີລາຄາວ່າ ນີ້ແມ່ນຄະດີທີ່ມີຄວາມໝາຍຫຼັກການ, ພິເສດກ່ຽວຂ້ອງເຖິງສິດຍົກເວັ້ນພິພາກສາ. ເຖິງຢ່າງໃດກໍ່ຕາມ, ເລື່ອງສົ່ງເອກະສານດັ່ງກ່າວກໍ່ໝາຍຄວາມວ່າ ວິວັດການຮ້ອງຟ້ອງຈະແກ່ຍາວຕື່ມອີກແຕ່ 6 – 12 ເດືອນ.






