• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ CPTPP ນໍາມາເຊິ່ງລູກຄ້າໃໝ່ 500 ລ້ານຄົນ ໃຫ້ແກ່ບັນດາວິສາຫະກິດ ການາດາ

CPTPP ໄດ້ຮັບຄວາມປາດຖະໜາວ່າ ຈະຊຸກຍູ້ການຄ້າລະຫວ່າງ ຫວຽດນາມ ແລະ ການາດ.

ທ່ານ Jim Carr ລັດຖະມົນຕີການຫັນການຄ້າສາກົນເປັນຫຼາຍຮູບຫຼາຍແບບ ການາດາ (ພາບ: REUTERS) 

ວັນທີ 11 ກຸມພາ, ທີ່ຫໍປະຊຸມ Vancouver ຢູ່ປະເທດ ການາດາ, ທ່ານ Jim Carr ລັດຖະມົນຕີການຫັນການຄ້າສາກົນເປັນຫຼາຍຮູບຫຼາຍແບບ ການາດາ ພ້ອມກັບທ່ານ Francois –Philippe Champagne ລັດຖະມົນຕີກະຊວງ ພື້ນຖານໂຄງລ່າງ-ປະຊາຄົມ ແລະ ຜູ້ຕາງໜ້າກຸ່ມວິສາຫະກິດ ໄດ້ເຂົ້າຮ່ວມພິທີສ້າງຂີດໝາຍສັນຍາຄູ່່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິດ. ສັນຍາ CPTPP ຈະຊ່ວຍໃຫ້ບັນດາວິສາຫະກິດ ການາດາ ໄດ້ສໍາຜັດກັບລູກຄ້າໃໝ່ ປະມານ 500 ລ້ານຄົນ. ພ້ອມກັບສັນຍາການຄ້າ ແລະ ເສດຖະກິດຮອບດ້ານ ການາດາ - ອີຢູ ແລະ ສັນຍາ ການາດາ - ອາເມລິກາ - ເມັກຊີໂກ, ບັນດາວິສາຫະກິດ ການາດາ ຈະໄດ້ສໍາຜັດກັບລູກຄ້າໃໝ່ເຖິງ 1,5 ຕື້ ຄົນ ຢູ່ກວ່າ 50 ປະເທດ.

        CPTPP ໄດ້ຮັບຄວາມປາດຖະໜາວ່າ ຈະຊຸກຍູ້ການຄ້າລະຫວ່າງ ຫວຽດນາມ ແລະ ການາດາ. ດ້ວຍແຜນການຫຼຸດຜ່ອນອັດຕາພາສີໄວພໍສົມຄວນຂອງ ການາດາ (ແຕ່ 17 – 18% ລົງເປັນ 0% ໃນຮອບເວລາ 03 ປີ), ສິນຄ້າສົ່ງອອກຂອງຫວຽດນາມ ຈໍານວນໜຶ່ງ ຄາດວ່າຈະຮັບການເຕີບໂຕຢ່າງແຮງນັບແຕ່ປີ 2019 ເປັນຕົ້ນໄປຄື ຕໍ່າແຜ່ນຕັດຫຍິບ, ເກີບ, ກະເປົາ..... ວົງການວິສາຫະກິດ ການາດາ ມີຄວາມສົນໃຈເປັນພິເສດເຖິງແຜນການເປີດຕະຫຼາດຂອງຫວຽດນາມ ສໍາລັບ ຜະລິດຕະພັນກະເສດຈໍານວນໜຶ່ງ ຄື ຊີ້ນໝູ, ຊີ້ນງົວ, ຊີ້ນໄກ່, ສິນໃນນໍ້າ ແລະ ໝາກໄມ້ສົດ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top