• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ ວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

ຢູ່ພິທີສະເຫຼີມສະຫຼອງ ໂດຍສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໄດ້ຫວນຄືນເສັ້ນທາງອັນສະຫງ່າອົງອາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ເລີ່ມແຕ່ການກຳເນີດຂອງ ໜັງສືພິງ ແທັງນຽນ (ຊາວໜຸ່ມ) ເມື່ອປີ 1925 ໂດຍປະທານ ໂຮ່ຈີມິນ ສ້າງຕັ້ງຂຶ້ນ.
ທ່ານເອກອັກຄະລັດຖະທູດ ດິງຕວນທັງ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ຝລັ່ງ

ໂດຍເຊື່ອມຕົວເຂົ້າກັບບັນຍາກາດອັນຟົດຟື້ນຂອງບັນດາລາຍການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ທີ່ໄດ້ດຳເນີນຢູ່ພາຍໃນປະເທດ, ສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳຕ່າງປະເທດ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ, ພົບປະໃນໂອກາດນີ້.

ຢູ່ພິທີສະເຫຼີມສະຫຼອງ ໂດຍສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໄດ້ຫວນຄືນເສັ້ນທາງອັນສະຫງ່າອົງອາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ເລີ່ມແຕ່ການກຳເນີດຂອງ ໜັງສືພິງ ແທັງນຽນ (ຊາວໜຸ່ມ) ເມື່ອປີ 1925 ໂດຍປະທານ ໂຮ່ຈີມິນ ສ້າງຕັ້ງຂຶ້ນ, ທ່ານຢັ້ງຢືນວ່າ ບັນດາຜູ້ເຮັດວຽກງານການຂ່າວບໍ່ພຽງແຕ່ລົງຂ່າວເທົ່ານັ້ນ ຫາກຍັງແມ່ນນັກຮົບບົນສະໜາມຮົບແນວຄິດອີກດ້ວຍ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຢູ່ ຝລັ່ງ, ບັນດາອົງການປະຈຳຂອງວິທະຍຸກະຈາຍສຽງ ຫວຽດນາມ, ໜັງສືພິມ ເຍິນເຢິນ (ປະຊາຊົນ), ສຳນັກຂ່າວສານ ຫວຽດນາມ ແລະ ໂທລະພາບ ຫວຽດນາມ ປະຈຳ ຝລັ່ງ ກໍໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຈັດພິທີສະເຫຼີມສະຫຼອງ. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ດິງຕວານທັ້ງ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນໃນພາລະກິດແຫ່ງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ຝລັ່ງ.

ໃນໂອກາດນີ້, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າ ໂລກ ແລະ ບັນດາອົງການສາກົນອື່ນໆປະຈຳ ເຊີແນວ, ສະວິດ ກໍໄດ້ຈັດການພົບປະແບບສະໜິດສະໜົມກັບຜູ້ຕາງໜ້າບັນດາອົງການສຳນັກຂ່າວສານ ຫວຽດນາມ ຢູ່ ສະວິດ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top