• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ເຕີບ​ໂຕ GDP ປີ 2026 ບັນ​ລຸ 10% ຂຶ້ນ​ໄປ

ຕອນເຊົ້າວັນທີ 13 ພະຈິກ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດສັງຄົມປີ 2026.
ບັນດາສະມາຊິກ ເຂົ້າຮ່ວມກອງປະຊຸມ ຂອງສະພາແຫ່ງຊາດ (ພາບ: ສະພາແຫ່ງຊາດ)

ມະຕິໄດ້ຮັບຮອງເອົາດ້ວຍຄວາມເຫັນດີຂອງ ສສຊ 429 ໃນຈຳນວນ 433 ທ່ານ, ກວມເອົາ 90,51%. ມະຕິກຳນົດເປົ້າໝາຍສັງລວມ ນັ້ນແມ່ນ: ໃຫ້ບຸລິມະສິດການຊຸກຍູ້ການເຕີບໂຕບົນພື້ນຖານຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ…ຈາກເປົ້າໝາຍສັງລວມ, ສະພາແຫ່ງຊາດກຳນົດ 15 ຄາດໝາຍລະອຽດ. ໃນນັ້ນ, ອັດຕາເພີ່ມຍອດຜະລິດຕະພັນພາຍໃນປະເທດ (GDP) ສູ້ຊົນບັນລຸແຕ່ 10% ຂຶ້ນໄປ. GDP ສະເລ່ຍຕໍ່ຫົວຄົນບັນລຸ 5.400 – 5.500 USD. ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍພະນັກງານລັດ, ລັດຖະກອນ. ບັນດາ ສສຊ ໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດກົດໝາຍສະບັບໃໝ່ເພື່ອສ້າງກອບນິຕິກຳໃຫ້ສົມບູນແບບໃນສະພາບການໃໝ່.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top