• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ (ສະ​ບັບປັບ​ປຸງ)

ໂດຍສືບຕໍ່ລາຍການກອງປະຊຸມສະໄໝສາມັນເທື່ອທີ 10 ຕອນເຊົ້າວັນທີ 24 ຕຸລາ, ສະພາແຫ່ງຊາດ ໄດ້ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງຂອງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ). 

ສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) (ພາບ: quochoi.vn

ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ໄດ້ຮັບການປຶກສາຫາລື, ປະກອບຄຳເຫັນຈາກສະມາຊິກສະພາແຫ່ງຊາດຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ແລ້ວ. ຮ່າງກົດໝາຍດັ່ງກ່າວໄດ້ກຳນົດກ່ຽວກັບການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ; ສິດ ແລະ ພັນທະແລະຄວາມຮັບຜິດຊອບຂອງສຳນັກງານ, ອົງການ, ຄອບຄົວ, ສ່ວນບຸກຄົນ ແລະ ວົງຄະນະຍາດຊຸມຊົນໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ.ສິ່ງທີ່ເປັນໜ້າສົນໃຈ, ຮ່າງກົດໝາຍໄດ້ກຳນົດຫຼັກການປົກປັກຮັກສາສິ່ງແວດລ້ອມ, ນະໂຍບາຍຂອງລັດກ່ຽວກັບການຮັກສາສິ່ງແວດລ້ອມ; ການວາງແຜນກຳນົດປົກປັກຮັກສາສິ່ງລ້ອມ… ແລະ ກໍ່ໃນວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ານການປ້ອງກັນ ຕ້ານຢາເສບຕິດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການຄົມມະນາຄົມທາງບົກ  (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຄົມມະນາຄົມທາງບົກ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຂັ້ນຮາກຖານ ແລະ ປຶກສາຫາລື ກ່ຽວກັບຮ່າງມະຕິ ວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top