• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ - ສັງ​ຄົມ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ ແລະ ງົບປະມານ ປີ 2020, ແຜນການປີ 2021, ເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2025.

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: baotainguyenmoitruong.vn) 

ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ໃນສະພາບການຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ນີ້, ແຕ່ຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ, ການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ ສະນັ້ນ, ພື້ນຖານເສດຖະກິດມະຫາພາກຂອງ ຫວຽດນາມ ຍັງເປັນປົກກະຕິ. ດຸນການຄ້າຂອງສິນຄ້າໃນ 9 ເດືອນຂອງປີ 2020  ມີລະດັບເກີນດຸນເກືອບ 17 ຕື້ USD. ຄາດວ່າບັນລຸ 8 ໃນຈຳນວນ 12 ຄາດໝາຍເສດຖະກິດ - ສັງຄົມ ປີ 2020 ແລະ ລື່ນກາຍຄາດໝາຍ. ກອງທຶນເງິນຕາສາກົນ ຄາດຄະເນວ່າ ປີ 2020, ຫວຽດນາມ ອາດຈະກາຍເປັນພື້ນຖານເສດຖະກິດຢືນອັນດັບທີ 4 ໃນພາກພື້ນ ອາຊຽນ. ປີ 2020, ຄາດວ່າ, ການເຕີບໂຕ GDP ຈະຢູ່ໃນລະດັບແຕ່ 2% ຫາ 3% ໃນຂະນະທີ່ຫຼາຍປະເທດໃນໂລກມີລະດັບການເຕີບໂຕເສດຖະກິດເປັນລົບ. 

     ບັນດາ ສ.ສ.ຊ ຢືນຢັນວ່າ ມີຈຸດທີ່ພົ້ນເດັ່ນຫຼາຍຢ່າງໃນຮູບພາບການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມໃນອາຍຸການທີ່ຜ່ານມາ. ນັ້ນແມ່ນລະບຽບການບໍລິຫານສືບຕໍ່ໄດ້ຮັບການປະຕິຮູບຢ່າງແຂງແຮງ, ລັດຖະບານແຫ່ງສ້າງສັນໄດ້ຮັບການຍູ້ແຮງ. ທ່ານ ວູ້ຕ້ຽນໂລກ ສ.ສ.ຊ ແຂວງ ທ້າຍບີງ ເວົ້າວ່າ :

    “ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບສາກົນ ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ອັນໄດ້ປະກອບສ່ວນເປີດກ້ວາງຂອບເຂດຕະຫຼາດ ແລະ ຊຸກຍູ້ການປະຕິຮູບລະບອບລະບຽບການຕາຮມບັນດາມາດຖານສາກົນ. ຫວຽດນາມພວມກາຍເປັນສະຖານທີ່ປອດໄພສຳລັບປະຊາຄົມວິສາຫະກິດສາກົນ ບົນເສັ້ນທາງແຫ່ງການກໍ່ສ້າງບັນດາລະບົບສະໜອງທົ່ວໂລກທີ່ປອດໄພ ແລະ ມີຄວາມຮັບຜິດຊອບຫຼາຍກ່ວາເກົ່າ”

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top