• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ (ສະ​ບັບ​ປັບ​ປຸງ)

ຮ່າງກົດໝາຍສະບັບນີ້ກໍ່ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບນະໂຍບາຍທະວີຄູນຮູບແບບສະຫະກອນ, ສະຫະພັນສະຫະກອນເຄື່ອນໄຫວທີ່ມີປະສິດທິຜົນເພື່ອແນໃສ່ປະກອບສ່ວນພັດທະນາ
ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍສະຫະກອນ (ພາບ: VOV)

ຕອນເຊົ້າວັນທີ 20 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ). ຮ່າງກົດໝາຍໄດ້ສ້າງກອບນິຕິກຳ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາອົງການຈັດຕັ້ງເສດຖະກິດຮ່ວມມືພັດທະນາຢ່າງມີຄວາມຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍືນຍົງ, ກາຍເປັນພາກສ່ວນສຳຄັນຢ່າງແທ້ຈິງຂອງພື້ນຖານເສດຖະກິດ.

ໜຶ່ງໃນບັນດາຈຸດໃໝ່ອ່ຽມ ແລະ ພົ້ນເດັ່ນຂອງກົດໝາຍສະບັບນີ້ແມ່ນໄດ້ຫັນເນື້ອໃນຂອງ ນະໂຍບາຍ 8 ສະບັບທີ່ໄດ້ລະບຸໃນ ມະຕິເລກທີ 20 ກ່ຽວກັບການສືບຕໍ່ປຽນແປງໃໝ່, ພດັທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່ ເປັນລະບອບລະບຽບການ. ກົດໝາຍໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບບັນດານະໂຍບາຍຂອງລັດກ່ຽວກັບການພັດທະນາກຸ່ມຮ່ວມມື, ສະຫະກອນ, ສະຫະພັນສະຫະກອນ.

ຮ່າງກົດໝາຍສະບັບນີ້ກໍ່ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບນະໂຍບາຍທະວີຄູນຮູບແບບສະຫະກອນ, ສະຫະພັນສະຫະກອນເຄື່ອນໄຫວທີ່ມີປະສິດທິຜົນເພື່ອແນໃສ່ປະກອບສ່ວນພັດທະນາ, ຊຸກຍູ້ ແລະ ແຜ່ຂະຫຍາຍບັນດາຕົວແບບເສດຖະກິດລວມໝູ່ດີເດັ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top