• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ (ສະ​ບັບ​ປັບ​ປຸງ) ຢ່າງ​ເປັນ​ທາງ​ການ

ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບເອົາ, ປັບປຸງບາງເນື້ອໃນກ່ຽວກັບການອະທິບາຍຄຳສັບ, ນະໂຍບາຍກໍ່ສ້າງ, ພັດທະນາ, ຄຸ້ມຄອງ, ປົກປັກຮັກສາ ນະຄອນຫຼວງ ແລະ ລະດົມແຫຼ່ງກຳລັງພັດທະນານະຄອນຫຼວງ; ປະຕິຮູບ, ດັດປັບຕົວເມືອງ; ພັດທະນາການສຶກສາ ແລະ ບຳລຸງສ້າງ.
ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ຢ່າງເປັນທາງການ (ພາບ: TTXVN)

ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດຊຸດທີ XV ໄດ້ເຫັນດີເປັນເອກະພາບຮັບຮອງເອົາກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ)    ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບແຜນນະໂຍບາຍລົງທຶນໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ -ໃຕ້ ຕອນ ຢາເງ້ຍ (ດັກນົງ) - ເຈິນແທັ່ງ (ບິ່ງເຟືອກ), ດ້ວຍອັດຕາສະມາຊິກສະພາແຫ່ງຊາດເຫັນດີຢູ່ລະດັບສູງ.

ໃນນັ້ນ, ສຳລັບ ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບເອົາ, ປັບປຸງບາງເນື້ອໃນກ່ຽວກັບການອະທິບາຍຄຳສັບ, ນະໂຍບາຍກໍ່ສ້າງ, ພັດທະນາ, ຄຸ້ມຄອງ, ປົກປັກຮັກສາ ນະຄອນຫຼວງ ແລະ ລະດົມແຫຼ່ງກຳລັງພັດທະນານະຄອນຫຼວງ; ປະຕິຮູບ, ດັດປັບຕົວເມືອງ; ພັດທະນາການສຶກສາ ແລະ ບຳລຸງສ້າງ… ໂດຍກ່ຽວຂ້ອງເຖິງເນື້ອໃນຈັດຕັ້ງອຳນາດການປົກຄອງຕົວເມືອງ, ທ່ານຮ່ວາງແທັງຕຸງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການ ກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຮ່າງກົດໝາຍໄດ້ຮັບການກວດກາ, ດັດປັບຕາມທິດກຳນົດໂຄງປະກອບການຈັດຕັ້ງ ແລະ ໜ້າທີ່, ສິດອຳນາດຂອງອຳນາດການປົກຄອງທຸກຂັ້ນຢູ່ນະຄອນຮ່າໂນ້ຍ ໂດຍບໍ່ພຽງແຕ່ປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍນະຄອນເທົ່ານັ້ນ ຫາກຍັງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນອີກດ້ວຍ.ພ້ອມກັນນັ້ນ ພ້ອມກັບການກຳນົດກ່ຽວກັບການແບ່ງຂັ້ນ, ມອບສິດລະຫວ່າງອຳນາດການປົກຄອງທຸກຂັ້ນຂອງນະຄອນ ຮ່າໂນ້ຍ, ຮ່າງກົດໝາຍ ຍັງໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບການແບ່ງຂັ້ນ, ມອບສິດຂອງລັດຖະບານ, ນາຍົກລັດຖະມົນຕີ, ກະຊວງ, ຂະແໜງການ ໃຫ້ແກ່ບັນດາອົງການຂອງນະຄອນຮ່າໂນ້ຍ ເພື່ອຫັນແຜນນະໂຍບາຍຍູ້ແຮງການແບ່ງຂັ້ນ, ມອບສິດໃຫ້ເປັນອັນລະອຽດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top