• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 11 ມີນາ ຫາ 6 ໂມງຂອງວັນທີ 12 ມີນາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ  - 19 ລາຍໃໝ່ຕື່ມອີກ 2 ຄົນຢູ່ຫ໋າຍເຢືອງ.

ພະຍາບານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 (ພາບ: TTXVN)

ຕອນເຊົ້າວັນທີ 12 ມີນາ, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 118,9 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 2,63 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 29,9 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 543.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຕາມແຈ້ງການຂອງກະຊວງສາທາລະນະສຸກ ກຳປູເຈຍ ແລ້ວ, ໃນວັນທີ 11 ມີນາ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຄົນໜຶ່ງຢູ່ໃນປະເທດ ໄດ້ເສຍຊີວິດ ພາຍຫຼັງກວດພົບວ່າຕິດເຊື້ອ ແລະ ໄດ້ຮັບການປິ່ນປົວຢ່າງຕັ້ງໜ້າຢູ່ໂຮງໝໍ ຂະແມ - ໂຊວຽດຢູ່ນະຄອນ Phnom Penh ເປັນເວລາ 12 ວັນ. ຜູ້ຕິດເຊື້ອແມ່ນ ເພດຊາຍ, ມີອາຍຸ 50 ປີ, ຊາວກຳປູເຈຍ, ອາຊີບ ຂັບລົດ. ໃນວັນ 11 ມີນາ, ກຳປູເຈຍກໍ່ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 39 ຄົນໃນຊຸມຊົນ.

ໃນເຫດການທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 11 ມີນາ ຫາ 6 ໂມງຂອງວັນທີ 12 ມີນາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ  - 19 ລາຍໃໝ່ຕື່ມອີກ 2 ຄົນຢູ່ຫ໋າຍເຢືອງ. ສອງຄົນດັ່ງກ່າວພວມໄດ້ຮັບການແຍກຕົວຢູ່ໂຮງໝໍກາງສະໜາມເລກ 3, ໂຮງໝໍຫຼາຍຂະແໜງແຂວງ ຫ໋າຍເຢືອງສາຂາທີ 2. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 2535 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top