• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 135.280.582 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.927.555 ຄົນ. 
ພາບປະກອບ: TTXVN

ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 9 ເມສາ ຫາ ເວລາ 6 ໂມງຂອງວັນທີ 10 ເມສາ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19, ປັດຈຸບັນ, ຫວຽດນາມຍັງມີຜູ້ຕິດເຊື້ອພະຍາດໂຄວິດ - 19 2.683 ຄົນ ໃນນັ້ນມີ 2429 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 135.280.582 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.927.555 ຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 108.851.958 ຄົນ. ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດແມ່ນ ອາເມລິກາດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 31.802.258 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 574.823 ຄົນ. ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ, ຝລັ່ງ, ລັດເຊຍ.

        ໃນເຫດການທີ່ກ່ຽວຂ້ອງ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖືວ່າ ພວມ ຂາດຄວາມສົມດູນຢ່າງຮ້າຍແຮງ ກ່ຽວກັບການແຈກຢາຍວັກຊິນກັນໂຄວິດ - 19 ໃນທົ່ວໂລກ ແລະ ບັນດາປະເທດສ່ວນຫຼາຍ ບໍ່ມີວັກຊິນຢ່າງຄົບຖ້ວນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ.

 (ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top