• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ​ໃນ​ວັນ​ທີ 31 ກໍ​ລະ​ກົດ

ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 640.169 ຄົນ. ອາເມລິກາ ຍັງຄົນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອລາຍໃໝ່ສູງກວ່າໝູ່ໃນໂລກ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ອິນໂດເນເຊຍ. ໃນຈຳນວນ 9.250 ຄົນ ທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນເວລາ 24 ຊົ່ວໂມງ ຜ່ານມາ, ບຣາຊິນ ພັດແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ.
(ພາບປະກອບ: nhandan.com.vn)

ຕາມຂ່າວພາກຄ່ຳ ວັນທີ 31 ກໍລະກົດ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນປະເທດຕື່ມອີກ 4.564 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພາຍໃນວັນຂຶ້ນເປັນ 8.624 ຄົນ,  ຢູ່ນະຄອນໂຮ່ຈີມິນ ແມ່ນ 4.180 ຄົນ. ເປັນອັນວ່າ, ໄລ່ຮອດຕອນຄ່ຳວັນທີ  31 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 145.686 ລ້ານຄົນ, ໃນນັ້ນ ມີ 35.960 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ, ແລະ ມີເກືອບ 6 ລ້ານຄົນ ໄດ້ສັກວັກຊິນກັນພະຍາດໂຄວິດ - 19.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 31 ກໍລະກົດ ຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດເກືອບ 198 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,22 ລ້ານຄົນເສຍຊີວິດ ແລະ 178,8 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 640.169 ຄົນ. ອາເມລິກາ ຍັງຄົນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອລາຍໃໝ່ສູງກວ່າໝູ່ໃນໂລກ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ອິນໂດເນເຊຍ. ໃນຈຳນວນ 9.250 ຄົນ ທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນເວລາ 24 ຊົ່ວໂມງ ຜ່ານມາ, ບຣາຊິນ ພັດແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ.

ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ໂລກພວມປະເຊີນໜ້າກັບຄວາມສ່ຽງທຳລາຍບັນດາຜົນງານ ທີ່ມີຄວາມລຳບາກຫຼາຍທີ່ສຸດ ຈຶ່ງບັນລຸໄດ້ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຍ້ອນການແຜ່ລະບາດຂອງເຊື້ອໄວຣັດສາຍພັນ Delta, ແຕ່ກໍຢັ້ງຢືນວ່າ ວັກຊິນກັນພະຍາດໂຄວິດ - 19 ຊະນິດຕ່າງໆ ໂດຍໄດ້ຮັບການອະນຸມັດຜ່ານຈາກ WHO ນັ້ນ ແມ່ນຍັງມີປະສິດທິຜົນຕໍ່ການຮັບມືກັບໂລກລະບາດດັ່ງກ່າວ. ຕາມອົງການ WHO  ແລ້ວ, ກໍລະນີຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນ 80%  ໃນ 4 ອາທິດຜ່ານມາ ຢູ່ບັນດາພາກພື້ນໃນໂລກເກືອບທັງໝົດ. WHO  ໃຫ້ຮູ້ວ່າ ເຊື້ອໄວຣັດ ສາຍພັນ Delta ໄດ້ກວດພົບຢູ່ 132 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top