• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖານ​ທູດ​ລາວ ປະຈຳ​ຝະ​ລັ່ງ ອວຍ​ພອນ​ປີ​ໃໝ່​ປະ​ຈຳ​ຊາດ​ຫວຽດ​ນາມ

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຄຳອິນ ຄິດຈະເດດ ໄດ້ສົ່ງຄຳອວຍພອນອັນປະເສີດ ມາຍັງພະນັກງານ ພາລະກອນ ສະຖານທູດຫວຽດນາມ ປະຈຳຝະລັ່ງ.
  (ພາບ: TTXVN)  

ວັນທີ 13 ມັງກອນ, ຄະນະພະນັກງານສະຖານທູດລາວ ປະຈຳຝະລັ່ງ ໂດຍທ່ານເອກອັກຄະລັດຖະທູດ ຄຳອິນ ຄິດຈະເດດ ນຳໜ້າ ໄດ້ໄປສຳນັກງານ ສະຖານທູດຫວຽດນາມ ປະຈຳຝະລັ່ງ ເພື່ອອວຍພອນປີໃໝ່ປະຈຳ ປີແມວ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຄຳອິນ ຄິດຈະເດດ ໄດ້ສົ່ງຄຳອວຍພອນອັນປະເສີດ ມາຍັງພະນັກງານ ພາລະກອນ ສະຖານທູດຫວຽດນາມ ປະຈຳຝະລັ່ງ. ທ່ານຫວັງວ່າ ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ຈະພອ້ມກັບອົງການການທູດຫວຽດນາມ ປະຈຳຝະລັ່ງ ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ມີປະສິດທິຜົນ.

ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝະລັ່ງ ດິງຕວ່ານທັງ ໄດ້ສະແດງຄວາມຕືນຕັນໃຈເມື່ອຫວນຄືນມູນເຊື້ອອັນດີງາມລະຫວ່າງສອງສະຖານທູດ ແລະ ມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາການເຄື່ອນໄຫວພົບປະແລກປ່ຽນ, ສົມທົບກັນຢ່າງເປັນປະຈຳລະຫວ່າງບັນດາພະນັກງານການທູດສອງປະເທດ. ທ່ານຖືວ່າ, ບັນດາການເຄື່ອນໄຫວນີ້ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ.

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top