• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 – 21/06/2018), ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ ເລກທີ 58 ຖະໜົນ ກວນຊື ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນສະແດງສິລະປະສື່ມວນຊົນກັບວິສາຫະກິດ.

ລາຍການພົບປະແລກປ່ຽນສະແດງສິລະປະສື່ມວນຊົນກັບວິສາຫະກິດ

ເຫດການດັ່ງກ່າວ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບໜັງສືພິມເດີຍສົງ ວ່າ ຟ໋າບລວດ (ຊີວິດການເປັນຢູ່ ແລະ ກົດໝາຍ)ຈັດຕັ້ງ. ລາຍການພົບປະແລກປ່ຽນສະແດງສິລະປະໄດ້ຈັດຕັ້ງ ແມ່ນເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຂ່າວທີ່ໄດ້ອຸທິດກຳລັງເຫື່ອແຮງ ແລະ ພູມປັນຍາເພື່ອສຳເລັດພາລະກິດນັກຮົບໃນແນວໂຮມແນວຄິດ. ພ້ອມທັງຊ່ວຍໃຫ້ຜູ້ຊົມເຂົ້າໃຈແຈ້ງກ່ວາ ກ່ຽວກັບບົດບາດກໍ່ຄືຄວາມຮັບຜິດຊອບຂອງນັກຂ່າວໃນຍຸກສະໄໝໃໝ່ຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານຮອງປະທານ - ເລຂາທິການ ເຮົາອາເລັ່ງ ເປັນຫົວໜ້າຄະນະ ໄດ້ລົງຢ້ຽມຢາມ, ອວຍພອນໜັງສືພິມ (ນົງທົນໄງໄນ) ຊົນນະບົດໃນວັນນີ້, ໜັງສືພິມ (ຟຸໜື)ແມ່ຍິງ ຫວຽດນາມ, ສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ…

        ວັນທີ 20 ມິຖຸນາ, ຢູ່ແຂວງ ດົງທ໋າບ ກໍ່ຈັດຕັ້ງການພົບປະສັງສັນກັບບັນດາສຳນັກຂ່າວສານ, ສື່ມວນຊົນ, ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ, ກຳນົດທິດວຽກງານ 6 ເດືອນທ້າຍປີ 2018.

        ຕອນບ່າຍວັນທີ 20 ມິຖຸນາ, ສະມາຄົມນັກຂ່າວແຂວງ ລອງອານ ກໍ່ໄດ້ຈັດຕັ້ງພິທີມອບລາງວັນໃຫ້ 29 ຜະລິດຕະພັນດີເລີດ ທີ່ຍາດໄດ້ລາງວັນສື່ມວນຊົນແຂວງ ລອງອານ 2017 – 2018.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top