• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ ແລະ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະຣາແອນ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫຼີ໋ດຶກຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ໃຫ້ຮູ້ວ່າ: ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 12 ກໍລະກົດ 1993.
ທ່ານ ຫຼີ໋ດຶກຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ກ່າວຄຳເຫັນທີ່ພິທີ

ວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ Tel Aviv (ປະເທດ ອິດສະຣາແອນ), ຄະນະປະຕິບັດງານລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ນຳໜ້າ, ໄດ້ເລີ່ມຕົ້ນການຢ້ຽມຢາມ ອິດສະຣາແອນ ຢ່າງເປັນທາງການ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ. ໃນຂອບເຂດການຢ້ຽມຢາມ, ຕອນຄ່ຳວັນດຽວກັນ, ຢູ່ ນະຄອນຫຼວງ Tel Aviv, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2023) ແລະ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິດສະຣາແອນ (12/7/1993 – 12/7/2023).

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫຼີ໋ດຶກຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ໃຫ້ຮູ້ວ່າ: ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 12 ກໍລະກົດ 1993, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ໄດ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ໃນທຸກຂົງເຂດຢ່າງຕໍ່ເນື່ອງ. ບັນດາການນຳຂອງສອງປະເທດ ມີການຢ້ຽມຢາມ ແລະ ເຮັດວຽກຫຼາຍຄັ້ງ, ການຮ່ວມມືສ້າງຄວາມສະດວກໃຫ້ແກ່ການພັດທະນາການພົວພັນສອງຝ່າຍໃນບັນດາຂົງເຂດຈາກການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳອັດສະລິຍະ ຕະຫຼອດຮອດເຕັກໂນໂລຊີສູງ. ອິດສະຣາແອນ ພວມໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກ່ຽວກັບດ້ານວິທະຍາສາດເຕັກນິກ, ເສີມຂະຫຍາຍໂຄງການບຳລຸງສ້າງດ້ານກະສິກຳ.  

ກ່ອນໜ້ານັ້ນ, ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ລົງຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ, ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິດສະຣາແອນ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top