• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ໂຕເລີມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງຊຸດທີ XIII

ຕອນເຊົ້າວັນທີ 3 ສິງຫາ 2024, ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ. ສະຫາຍ ໂຕເລີມ, ກຳມະການກົມການເມືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII.

ກ່ອນ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ໃຊ້​ເວລາ 1 ນາທີ​ ເພື່ອ​ລະນຶກ​ເຖິງ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູ໋ຈ້ອງ.

ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII.

ສະຫາຍ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານສະພາແຫ່ງຊາດ ຫວຽດນາມ. ພາບ: VNA

ຊີວະປະຫວັດຫຍໍ້ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ ແລະ ນາມສະກຸນ: ໂຕເລີມ

- ວັນເດືອນປີເກີດ: 10/7/1957, ຊົນເຜົ່າ: ກິງ

- ບ້ານເກີດ: ບ້ານເງ້ຍຈຸ ເມືອງ ວັນຢາງ, ແຂວງຮືງອຽນ

- ທີ່ຢູ່ປັດຈຸບັນ: ເລກທີ 64 ຖະໜົນ ຟານດິ່ງຟຸ່ງ, ຕາແສງ ກວານແທ໋ງ, ເມືອງ ບາດິ່ງ, ຮ່າໂນ້ຍ

- ວັນເດືອນປີເຂົ້າພັກ: ວັນທີ 22 ສິງຫາ 1981

– ລະດັບການສຶກສາ: ສາດສະດາຈານ ປະລິນຍາເອກ ວິຊາກົດໝາຍ

- ກຳມະການສູນກາງພັກ ສະໄໝທີ XI, XII, XIII

- ກຳມະການກົມການເມືອງ ສະໄໝທີ XII, XIII 

- ຜູ້ແທນສະພາແຫ່ງຊາດຊຸດທີ XIV, XV

- ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ: 2010-2016

- ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ: 2016-2024

- ສະຫາຍໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນເອກ ຕຳຫຼວດປະຊາຊົນ ໃນເດືອນມັງກອນ ປີ 2019

- ປະທານປະເທດ ສັງຄົມນິຍົມ ຫວຽດນາມ: 2024

- ວັັນທີ 3 ສິງຫາ 2024 ສະຫາຍໄດ້ຮັບການເລືອກຕັ້ງຈາກ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ ​ໃຫ້​ດຳລົງ​ຕຳ​ແໜ່​ງ​ ເປັນ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູ ນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ສະໄໝ​ທີ XIII.

ຕອນ​ເຊົ້າ​ວັນ​ທີ 3 ສິງຫາ 2024, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກໍ ໄດ້​ຈັດ​ກອງ​ປະຊຸມ​ຂ່າວ. ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວປາໄສ. ພາບ: ເລີມແຄ໋ງ/VNA

ປະຕິບັດໂດຍ: VNA/VNP

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top