ຕອນເຊົ້າວັນທີ 3 ສິງຫາ 2024, ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ. ສະຫາຍ ໂຕເລີມ, ກຳມະການກົມການເມືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII.
ກ່ອນເຂົ້າຮ່ວມກອງປະຊຸມ, ຄະນະບໍລິຫານງານສູນກາງພັກໄດ້ໃຊ້ເວລາ 1 ນາທີ ເພື່ອລະນຶກເຖິງ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.
ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII.
ສະຫາຍ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານສະພາແຫ່ງຊາດ ຫວຽດນາມ. ພາບ: VNA
ຊີວະປະຫວັດຫຍໍ້ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
- ຊື່ ແລະ ນາມສະກຸນ: ໂຕເລີມ
- ວັນເດືອນປີເກີດ: 10/7/1957, ຊົນເຜົ່າ: ກິງ
- ບ້ານເກີດ: ບ້ານເງ້ຍຈຸ ເມືອງ ວັນຢາງ, ແຂວງຮືງອຽນ
- ທີ່ຢູ່ປັດຈຸບັນ: ເລກທີ 64 ຖະໜົນ ຟານດິ່ງຟຸ່ງ, ຕາແສງ ກວານແທ໋ງ, ເມືອງ ບາດິ່ງ, ຮ່າໂນ້ຍ
- ວັນເດືອນປີເຂົ້າພັກ: ວັນທີ 22 ສິງຫາ 1981
– ລະດັບການສຶກສາ: ສາດສະດາຈານ ປະລິນຍາເອກ ວິຊາກົດໝາຍ
- ກຳມະການສູນກາງພັກ ສະໄໝທີ XI, XII, XIII
- ກຳມະການກົມການເມືອງ ສະໄໝທີ XII, XIII
- ຜູ້ແທນສະພາແຫ່ງຊາດຊຸດທີ XIV, XV
- ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ: 2010-2016
- ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ: 2016-2024
- ສະຫາຍໄດ້ຮັບການເລື່ອນຊັ້ນຂຶ້ນເປັນຊັ້ນພົນເອກ ຕຳຫຼວດປະຊາຊົນ ໃນເດືອນມັງກອນ ປີ 2019
- ປະທານປະເທດ ສັງຄົມນິຍົມ ຫວຽດນາມ: 2024
- ວັັນທີ 3 ສິງຫາ 2024 ສະຫາຍໄດ້ຮັບການເລືອກຕັ້ງຈາກຄະນະບໍລິຫານງານ ສູນກາງພັກ ໃຫ້ດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູ ນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIII.
ຕອນເຊົ້າວັນທີ 3 ສິງຫາ 2024, ຄະນະບໍລິຫານງານສູນກາງພັກກໍ ໄດ້ຈັດກອງປະຊຸມຂ່າວ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນ.
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວປາໄສ. ພາບ: ເລີມແຄ໋ງ/VNA