ວັນທີ 8 ຕຸລາ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄິມຈອງອຶນ, ເລຂາທິການໃຫຍ່ ພັກແຮງງານ ສປປ ເກົາຫຼີ, ປະທານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ, ເດີນທາງໄປຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ. ການຢ້ຽມຢາມຄັ້ງນີ້ດຳເນີນ ແຕ່ວັນທີ 9-11 ຕຸລາ.
ການເດີນທາງໄປຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຄັ້ງນີ້ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນການຢ້ຽມຢາມທາງລັດຖະກິດ ຄັ້ງທຳອິດຂອງ ທ່ານ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄປຍັງ ສປປ ເກົາຫຼີ ພາຍຫຼັງ 18 ປີ. ການຢ້ຽມຢາມດຳເນີນກົງກັບໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 75 ປີ (1950-2025) ແລະ ປີມິດຕະພາບ ຫວຽດນາມ-ສປປ ເກົາຫຼີ 2025, ສະແດງໃຫ້ເຫັນເຖິງການຖືເປັນສຳຄັນຂອງສອງພັກ, ສອງລັດ ຕໍ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຫວຽດນາມ-ສປປ ເກົາຫຼີ.
ຕອນເຊົ້າວັນທີ 9 ຕຸລາ, ຕາມເວລາທ້ອງຖິ່ນ, ຖ້ຽວບິນໂດຍສານທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ລົງຈອດຢູ່ທີ່ ສະໜາມບິນສາກົນພຽງຢາງ. ທີ່ການຕ້ອນຮັບ ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມ ຄະນະຜູ້ແທນ ຢູ່ສະໜາມບິນມີ ທ່ານ ຄິມຊອງນາມ, ຫົວໜ້າຄະນະສາກົນ-ຄະນະບໍລິຫານງານສູນກາງພັກແຮງງານ ສປປ ເກົາຫຼີ, ທ່ານ ອິມຊອນອິນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ, ທ່ານ ເລບາວິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ເກົາຫຼີ ພ້ອມກັບຕາງໜ້າພະນັກງານ ສະຖານທູດຫວຽດນາມ ປະຈຳ ສປປ ເກົາຫຼີ.
ພິທີຕ້ອນຮັບ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຖືກຈັດຂຶ້ນຢ່າງສົມກຽດຕາມພິທີທາງການສູງສຸດຂອງ ສປປ ເກົາຫຼີ. ຢູ່ ຫໍກິລາ, ທ່ານ ຄິມຈອງອຶນ, ເລຂາທິການໃຫຍ່ ພັກແຮງງານ ສປປ ເກົາຫຼີ ໄດ້ຕ້ອນຮັບ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ. ຕໍ່ຈາກນັ້ນ, ທ່ານ ຄິມຈອງອຶນ, ເລຂາທິການໃຫຍ່ ພັກແຮງງານ ສປປ ເກົາຫຼີ ໄດ້ເຊີນ ທ່ານເລຂາທິການໃຫຍ່ ໂຕເລິມ ເດີນກວດແຖວກອງກຽດຕິຍົດ.
ພາຍຫຼັງພິທີຕ້ອນຮັບທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ ຄິມຈອງອຶນ, ເລຂາທິການໃຫຍ່ ພັກແຮງງານ ສປປ ເກົາຫຼີ ໄດ້ນຳພາ ຄະນະຜູ້ແທນຂັ້ນສູງສອງປະເທດ ດຳເນີນການພົບປະເຈລະຈາ ເພື່ອແນໃສ່ປຶກສາຫາລື ບັນດາທິດທາງການຮ່ວມມື ນຳສາຍພົວພັນສອງປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ແທດຈິງ ແລະ ພັດທະນາດີງາມຫຼາຍກວ່າຂຶ້ນເກົ່າໃນພາຍພາກໜ້າ.