• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ລາວ

ໃນກອບຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 25 ກຸມພາ 2019, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ທຳການຢ້ຽມຢາມ ແລະ ໂອ້ລົມພະນັກງານສະຖານທູດ, ຜູ້ຕາງໜ້າສະມາຄົມ, ນັກນຶກສາ ແລະ ວິສາຫະກິດ ຫວຽດນາມ ຢູ່ ລາວ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄຕ້ທູບລະລຶກເຖິງປະທານ ໂຮ່ຈີມິນ ທີ່ສະຖານທູດ ຫວຽດນາມ ປະຈຳຢູ່ ລາວ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ກັບພະນັກງານສະຖານທູດ, ຜູ້ຕາງໜ້າສະມາຄົມ, ນັກນຶກສາ ແລະ ວິສາຫະກິດ ຫວຽດນາມ ຢູ່ ລາວ. ພາບ: ຈີ໋ຢຸງ/VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ກ່າວປາໄສທີ່ການພົບປະກັບພະນັກງານ ສະຖານທູດ, ຜູ້ຕາງໜ້າສະມາຄົມ, ນັກນຶກສາ ແລະ ວິສາຫະກິດ ຫວຽດນາມ ຢູ່ ລາວ. ພາບ: ຈີ໋ຢຸງ/VNA
ກ່າວປາໄສ ໃນການພົບປະ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ກ່າວວ່າ: ການ ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ລະຫວ່າງ ຫວຽດນາມ-ລາວ ເປັນປັດໄຈຮັບປະກັນໃຫ້ພາລະກິດປະຕິວັດຂອງ ແຕ່ລະປະເທດຢ່າງມີໄຊ, ເປັນຊັບສົມບັດອັນລໍ້າຄ່າ ເຊິ່ງສອງພັກ, ສອງລັດ ພວມປົກປັກຮັກສາ, ເພີ່ມພູມຄູນສ້າງ ແລະ ຖ່າຍທອດໃຫ້ຄົນລຸ້ນຫຼັງ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຢືນຢັນວ່າ ພັກ, ລັດ ໄດ້ເອົາໃຈໃສ່, ສ້າງ ເງື່ອນ ໄຂອຳນວຍຄວາມສະດວກເພື່ອໃຫ້ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ອາໄສຢູ່ ລາວ ອຸ່ນໃຈໃນການ ຮຳ່ຮຽນ ແລະ ປະຕິວັດວຽກງານ; ຫວັງວ່າ ບັນດາວິສາຫະກິດ ຈະມີການເຄື່ອນໄຫວ ເຮັດທຸລະກິດ ຢ່າງມີປະສິດທິຜົນ, ຢັ້ງຢືນຊື່ສຽງບົດບາດ ຂອງ ຫວຽດນາມ ຢູ່ ລາວ, ປະກອບສ່ວນເຂົ້າໃນການ ພັດທະນາຂອງ ລາວ, ພ້ອມດຽວກັນ ກໍ່ພັດທະນາຄວາມສຳພັນລະຫວ່າງສອງປະເທດໃຫ້ໝັ້ນຄົງຕະຫຼອດກາລະນານ.

ຕອນເຊົ້າວັນດຽວກັນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ໄດ້ມາວາງພວງມາລາ ຢູ່ອານຸສາວະລີ ນັກຮົບນິລະນາມ.

ປະຕິບັດໂດຍ: VNA/VNP
 

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ສັນຍາ CEPA: ໄມ້ງັດຊຸກຍູ້ເສດຖະກິດ, ການຄ້າ ຫວຽດນາມ - UAE

ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ UAE.

Top