• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ພົບປະແລກປ່ຽນຄຳຄິດຄຳເຫັນ ກັບ ສະຫາຍ ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ລາວ

ວັນທີ 24 ກຸມພາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ຕາມລຳດັບ ກັບສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງປະເທດ ສປປ ລາວ ແລະ ສະຫາຍ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ. 

ສະຫາຍ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: ຈີ້ຢຸງ/VNA
 
ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໃນການພົບປະແລກປ່ຽນຄຳຄິດຄຳເຫັນ
ກັບ ສະຫາຍ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ພາບ: ຈີ້ຢຸງ/VNA

ຕອນບ່າຍວັນທີ 24 ກຸມພາ 2019, ທີ່ສຳນັກງານສະພາແຫ່ງຊາດ ຢູ່ນະຄອນຫຼວງ ວຽງຈັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ 
ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບ ສະຫາຍນາງ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້.  ພາບ: ຈີ້ຢຸງ/VNA

 
ທີ່ບັນດາການພົບປະແລກປ່ຽນຄຳຄິດຄຳເຫັນດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຕີລາຄາບົດບາດສຳຄັນ ຂອງລັດຖະບານ, ສະພາແຫ່ງຊາດ ສອງປະເທດ ແລະ ຜົນສຳເລັດໃນການຮ່ວມມືລະຫວ່າງ ສອງລັດຖະບານ, ສອງສະພາແຫ່ງຊາດ ໃນໄລຍະຜ່ານມາ; ປາດຖະໜາ ສອງລັດຖະບານ ຈະສືບຕໍ່ຊີ້ນຳໃຫ້ບັນດາຂັ້ນ, ຂະແໜງການ ຂອງ ສອງປະເທດ ຜັນຂະຫຍາຍປະຕິບັດ ຢ່າງມີປະສິດທິຜົນ ບັນດາຂໍຕົກລົງຂັ້ນສູງ ລະຫວ່າງສອງປະເທດ ແລະ ສະເໜີ ສອງສະພາແຫ່ງຊາດ ສຳເລັດໜ້າທີ່ຍິ່ງກວ່າອີກ ບົດບາດຫັນເປັນກົນໄກ ບັນດາແຜນນະໂຍບາຍ, ມະຕິຂອງສອງພັກ; ກວດກາ, ຄວບຄຸມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງປະເທດ. 

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເນັ້ນໜັກ ຂະບວນວິວັດແຫ່ງການປ່ຽນແປງໃໝ່ ຂອງ ຫວຽດນາມ ແລະ ລາວ ກຳລັງກ້າວເຂົ້ສູ່ໄລຍະສຳຄັນ, ຮຽກຮ້ອງ ສອງຝ່າຍຕ້ອງມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ໃຫ້ມີການພັດທະນາ ຢ່າງກວ້າງຂວາງ ເລິກເຊິ່ງ, ບັນລຸປະສິດທິຜົນ ແລະ ໝັ້ນຄົງຍາວນານ, ໃນນັ້ນມີການຮ່ວມມືລະຫວ່າງສອງລັດຖະບານ ແມ່ນສຳຄັນຕົ້ນຕໍ. 

ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສະຫາຍນາງ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ຕ່າງກໍຢືນຢັນ ຄວາມຕັດສິນບໍ່ວ່າໃນສະພາບການໃດໆ, ລາວ ກໍຈະເຮັດສຸດຄວາມສາມາດຂອງ ຕົນ ເພື່ອການຮັກສາ, ເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ; ຊຸກຍູ້ຢ່າງແຂງແຮງ ວຽກງານໂຄສະນາສຶກສາ ກ່ຽວກັບມູນເຊື້ອສາມັກຄີແບບພິເສດ ຫວຽດນາມ-ລາວ ໃນພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນ, ໂດຍສະເພາະຢ່າງຍິ່ງແມ່ນລຸ້ນໄວໜຸ່ມສອງປະເທດຢ່າງບໍ່ຢຸດຢັ້ງ. 
ໂດຍ: VNA/VNP

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.

Top