• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະເດີນທາງໄປເຂົ້າຮ່ວມພິທີໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ທີ່ປະເທດ ລາວ

ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ ເດີນທາງໄປເຂົ້າຮ່ວມພິທີໄວ້ອາໄລ ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ ທີ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ.
ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. (ພາບ:VNA)

ອີງຕາມຖະແຫຼງການຂອງກະຊວງການຕ່າງປະເທດ, ໃນວັນທີ 3 ເມສາ 2025, ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ຈະນຳພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ ເດີນທາງໄປເຂົ້າຮ່ວມພິທີໄວ້ອາໄລ ອະດີດ ປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄຳໄຕ ສີພັນດອນ ທີ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ./.

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ​ໃນ​ໄລ​ຍະ 90 ວັນ​ສຳ​ລັບ ຫວຽດ​ນາມ​ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ

ອາ​ເມ​ລິ​ກາ ຢຸດ​ຕິ​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ເພີ່ມ​ເຕີມ​ໃນ​ໄລ​ຍະ 90 ວັນ​ສຳ​ລັບ ຫວຽດ​ນາມ​ແມ່ນ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ

ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຫວຽດນາມຈະພ້ອມກັບ ອາເມລິກາ ດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າ ບົນພື້ນຖານເຄົາລົບນັບຖືເຊິ່ງກັນແລະກັນ ເພື່ອແນໃສ່ບັນລຸບັນດາມາດຕະການທີ່ສົມເຫດສົມຜົນມຸ່ງໄປເຖິງຄວາມສົມດູນທາງການຄ້າ, ຍືນຍົງ.

Top