• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄປວາງພວງມາລາ ໄວ້ອາໄລ ສະຫາຍ ຄໍາໄຕ ສີພັນດອນ

ສະແດງຄວາມເສຍໃຈຢ່າງສຸດຊຶ້ງ, ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເນັ້ນຢໍ້າວ່າ ການຈາກໄປຂອງ ສະຫາຍ ຄໍາໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ລາວ.
ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄປວາງພວງມາລາ ໄວ້ອາໄລ ສະຫາຍ ຄໍາໄຕ ສີພັນດອນ. ພາບ: ເຢືອງຢາງ/VNA

ໃນຕອນເຊົ້າຂອງວັນທີ 4 ເມສາ, ກໍາມະການກົມການເມືອງ, ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງລັດຖະບານ ຫວຽດນາມ ເດີນທາງໄປທີ່ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈໍາ ຮ່າໂນ້ຍ ເພື່ອ ວາງພວງມາລາ ໄວ້ອາໄລ ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄໍາໄຕ ສີພັນດອນ.

ກ່ອນໜ້ານັ້ນ, ໃນວັນທີ 3 ເມສາ, ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ, ກ່ຽວກັບການຈາກໄປຂອງຜູ້ເປັນພໍ່ຂອງສະຫາຍນາຍົກລັດຖະມົນຕີ, ສະຫາຍ ຄໍາໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຜູ້ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 2 ເມສາ 2025.

ປະຕິບັດ: VNA/VNP

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top