• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ

ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ, ເລືອກຕັ້ງຄະນະບໍລິຫານງານຊຸດທີ I ລວມມີສະມາຊິກ 9 ຄົນ ໂດຍທ່ານ ຫງວຽນຊວນຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສາຍຂອງ ເປັນປະທານ.

ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ, ເລືອກຕັ້ງຄະນະບໍລິຫານງານຊຸດທີ I ລວມມີສະມາຊິກ 9 ຄົນ ໂດຍທ່ານ ຫງວຽນຊວນຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສາຍຂອງ ເປັນປະທານ. 

    

ກອງປະຊຸມໃຫຍ່ຄັ້ງທີ 1 ອາຍຸການ 2022 – 2027 ຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ. (ພາບ: VOV)

ຕອນບ່າຍວັນທີ 1 ກໍລະກົດ, ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ອາຍຸການ 2022 – 2027 ຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ. ກອງປະຊຸມໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ, ເລືອກຕັ້ງຄະນະບໍລິຫານງານຊຸດທີ I ລວມມີສະມາຊິກ 9 ຄົນ ໂດຍທ່ານ ຫງວຽນຊວນຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສາຍຂອງ ເປັນປະທານ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວນຮ່າ ໄດ້ໃຫ້ຄຳໝັ້ນໝາຍ: ອາຍຸການນີ້ ດ້ວຍຈິດໃຈ ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ, ຄະນະບໍລິຫານງານຂອງສະມາຄົມ ບັນລຸໄດ້ເປົ້າໝາຍສຳເລັດ 15 ຫນ້າທີ່ຈຸດສຸມ. ຄຽງຄູ່ກັນນັ້ນ ສະມາຄົມຈະສືບຕໍ່ເຊື້ອເຊີນບັນດາວິສາຫະກິດໃຫຍ່ຂອງຫວຽດນາມ ມາລົງທຶນດຳເນີນທຸລະກິດ ຢູ່ ລາວ ໃນບັນດາຂົງເຂດພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພື້ນຖານໂຄງລ່າງພະລັງງານ, ກະສິກຳປ່າໄມ້, ການຜະລິດ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ, ສາທາລະນະສຸກ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top