• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມຮັບຂອງຂວັນຈາກລັດຖະບານ ຈີນ

ພິທີ​ຕ້ອນຮັບ​ຂອງຂວັນ​ຈາກ​ລັດຖະບານ ຈີນ ມອບ​ໃຫ້​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: daibieunhandan.vn)
      ຕອນ​ບ່າຍ​ວັນ​ທີ 31/3, ຢູ່​ສຳນັກງານສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຂອງຂວັນ​ຈາກ​ລັດຖະບານ ຈີນ ທີ່​ມອບ​ໃຫ້​ສະພາ​ແຫ່ງ​ຊາດ ຫວຽດນາມ.
ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວໜ້າ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຂອງຂວັນ​ດ້ານ​ຈິດ​ໃຈ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ແມ່ນ​ແຫຼ່ງປຸກລະດົມ​ສຳລັບ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ພະນັກງານ, ລັດຖະກອນ ພາລະ​ກອນ ​ແລະ ຜູ້​ອອກ​ແຮງ​ງານ​ຂອງ​​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ. ຂອງຂວັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະທານ ​ແລະ ລັດຖະບານ​ຈີນ ​ໃນ​ການ​ຊຸກຍູ້, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ​ສອງ​ປະ​ເທດ.
ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ ຫວຽດນາມ ຂຸ​ງ​ແສວ​ຢຸງ ກໍ່​ຢືນຢັນ​ວ່າ ຂອງຂວັນ​ສະ​ແດງ​ໃຫ້​ເຫັນ ອາລົມ​ຈິດ​ມິດຕະພາບ ຂອງ​ລັດຖະບານ ຈີນ ກໍ່​ຄືຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຈີນ ທີ່​ສະຫງວນ​ໃຫ້​ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ
        ທີ່​ງານ​ບຸນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິຫງ​ອກ​ທີ້ງ ກໍ່ໄດ້​ມອບ​ຂອງ​ຂວັນ​ໃຫ້​ບັນ​ດາຄອບ​ຄົວ​ຊາວ​ປະ​ມົງ, ສົ່ງ​ເສີມ​ການ​ອອກ​ໄປ​ຫາ​ປາ​ໄກ​ຝັ່ງ​ ເພື່ອສ້າງ​ຄວາມ​ຮັ່ງ​ມີ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top