• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ສະບັບປັບປຸງ)

      ວັນທີ 31 ພຶດສະພາ, ສືບຕໍ່ມື້ເຮັດວຽກທີ 10, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ສະພາແຫ່ງຊາດໄດ້ຮັບຟັງລັດຖະບານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ສະບັບປັບປຸງ); ບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ສະບັບປັບປຸງ).

ສືບຕໍ່ມື້ເຮັດວຽກທີ 10, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 (ພາບ: quochoi.vn)
      ພາຍຫລັງໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ສະບັບປັບປຸງ) ໂດຍຫົວໜ້າອົງການກວດກາລັດຖະບານ ເລມິງຄ໋າຍ ສະເໜີຕໍ່ສະພາແຫ່ງຊາດ ໄດ້ເຫັນວ່າ ບັນດາຄຳຄິດເຫັນຂອງສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເຫັນພ້ອມຕໍ່ວິທີການເປີດກ້ວາງຂອບຂະໜາດການດັດປັບຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງອອກສູ່ເຂດນອກລັດ. ທ່ານຫົວໜ້າອົງການກວດກາລັດຖະບານ ເລມິງຄ໋າຍ ໃຫ້ຮູ້ວ່າ:
        “ຮ່າງກົດໝາຍກຳນົດຄວາມຮັບຜິດຊອບການປ້ອງກັນ, ຕ້ານການສໍ້ລາດບັງຫລວງເວົ້າລວມຂອງບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດໃນເຂດນອກລັດ; ພ້ອມທັງກຳນົດວ່າ ກ່ຽວກັບເລື່ອງໝູນໃຊ້ບັງຄັບບາງມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫລວງສຳລັບອົງການຈັດຕັ້ງສັງຄົມ ໂດຍນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ, ປະທານຄະນະກຳມະການປະຊາຊົນແຂວງຕົກລົງສ້າງຕັ້ງ ຫຼື ໃຫ້ສັດຕະຍາບັນກົດລະບຽບ ແລະ ປຸກລະດົມບັນດາບ້ວງເງິນປະກອບຂອງປະຊາຊົນເປັນປະຈຳ ເພືຶ່ອເຄື່ອນໄຫວການກຸສົນ; ສຳລັບບໍລິສັດມະຫາຊົນ, ອົງການຈັດຕັ້ງສິນເຊື່ອ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top