• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ,ຕ້ານເຊື້ອ HIV/AIDS

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີໂດຍຖືວ່າ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານ HIV/AIDS ປີ 2006 ໄດ້ເຜີຍໃຫ້ເຫັນສິ່ງຄົງຄ້າງ, ຂາດຕົກບົກຜ່ອງ, ສະນັ້ນເລື່ອງປັບປຸງກົດໝາຍແມ່ນມີຄວາມຈຳເປັນ.


ສະພາແຫ່ງຊາດຮັບຟັງໃບສະເໜີກ່ຽວກັບຮ່າງກົດໝາຍປັບປຸງ,

ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອ HIV/AIDS 

(ພາບ: quochoi.vn)


ຕອນເຊົ້າວັນທີ 23 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ໄດ້ຮັບຟັງໃບສະເໜີກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອ HIV/AIDS ແລະ ປຶກສາຫາລືທາງອອນລາຍກ່ຽວກັບຮ່າງກົດໝາຍສະບັບດັ່ງກ່າວ.

        ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີໂດຍຖືວ່າ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານ HIV/AIDS ປີ 2006 ໄດ້ເຜີຍໃຫ້ເຫັນສິ່ງຄົງຄ້າງ, ຂາດຕົກບົກຜ່ອງ, ສະນັ້ນເລື່ອງປັບປຸງກົດໝາຍແມ່ນມີຄວາມຈຳເປັນ. ທ່ານ ຫງວຽນວັນຮ່ວາ, ສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງທາບ, ຍົກອອກຄຳເຫັນວ່າ.

        “ມີບາງຂໍ້ກຳນົດທີ່ກ່ຽວຂ້ອງເຖິງເປົ້າໝາຍສຳພັດຂໍ້ມູນຂ່າວສານຂອງຜູ້ຕິດພະຍາດຍັງບໍ່ທັນມີໃນກົດໝາຍຢູ່ ແລະ ຍັງບໍ່ທັນມີຂໍ້ກຳນົດລະອຽດວ່າ ຜູ້ໃດມີສິດໄດ້ສຳພັດກັບຂໍ້ມູນຂອງຜູ້ຕິດພະຍາດ… ສະນັ້ນ, ຂ້າພະເຈົ້າເຫັນດີຕໍ່ໃບສະເໜີຂອງລັດຖະບານ ກ່ຽວກັບຄວາມຈຳເປັນ, ຂອບເຂດການປັບປຸງຮ່າງກົດໝາຍ ເພື່ອແນໃສ່ເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນໃນສະພາບການໃໝ່ກວ່າອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານປ້ອງກັນ, ຕ້ານເຊື້ອ HIV/AIDS”.

        ໂດຍສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຮ່າງກົດໝາຍໄດ້ກຳນົດການເປີດກວ້າງຜູ້ໄດ້ສຳພັດກັບຂໍ້ມູນຂອງຜູ້ຕິດເຊື້ອ HIV, ແຕ່ບັນດາສະມາຊິກສະພາແຫ່ງຊາດກໍ່ສະເໜີໃຫ້ຄະນະຮຽບຮຽງຕ້ອງພິຈາລະນາດັດປັບການຮັບປະກັນຄວາມລັບດ້ານຂໍ້ມູນສ່ວນຕົວຂອງຄົນເຈັບ, ຜູ້ຕິດເຊື້ອ HIV ຮັບປະກັນສິດ ແລະ ຜົນປະໂຫຍດອັນຖືກຕ້ອງຂອງຜູ້ຕິດເຊື້ອ.

(ແຫຼ່ງຄັດຈາກ VOV)

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top