• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຊຸດທີ XV ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມທຳອິດຂອງອາຍຸການ

      ໃນເດືອນ ຕຸລາ ແລະ ຊຸມມື້ຕົ້ນເດືອນ ພະຈິກ, ສະພາບປົກກະຕິໃໝ່ທີ່ຄ່ອຍໆສ້າງຂຶ້ນຢູ່ທຸກທ້ອງຖິ່ນນັ້ນ ໄດ້ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕອບຄຳຊັກຖາມ
(ພາບ: VGP)
      ພາຍຫຼັງເຮັດວຽກມາເປັນເວລາ 2 ມື້ເຄິ່ງ, ຕອນເຊົ້າວັນທີ 12 ພະຈິກ, ວາລະຊັກຖາມທຳອິດຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດລົງ ດ້ວຍການຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ.
        ເປີດສາກວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນຕອນເຊົ້າວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ປະຊາຊົນກ່ຽວກັບຄວາມເສຍຫາຍເຈັບປວດທາງດ້ານຈິດໃຈ, ວັດຖຸ ໂດຍສະເພາະແມ່ນຄອບຄົວທີ່ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19.
        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໃນເດືອນ ຕຸລາ ແລະ ຊຸມມື້ຕົ້ນເດືອນ ພະຈິກ, ສະພາບປົກກະຕິໃໝ່ທີ່ຄ່ອຍໆສ້າງຂຶ້ນຢູ່ທຸກທ້ອງຖິ່ນນັ້ນ ໄດ້ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃນຕໍ່ໜ້າ ແລະ ໃນໄລຍະຍາວ.
        “ໃນຊຸມເດືອນທ້າຍປີ 2021, ລັດຖະບານໄດ້ສຸມໃສ່ຊີ້ນຳສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການທີ່ໄດ້ວາງອອກຢ່າງຄົບຊຸດ, ມີປະສິດທິຜົນ; ລັດຖະບານພວມຮີບເຮັ່ງສ້າງຍຸດທະສາດສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ສົມບູນແບບ ເພື່ອຍື່ນສະເໜີໃຫ້ຂັ້ນມີສິດອຳນາດ. ພິເສດແມ່ນຍູ້ໄວລະດັບການສັກວັກຊິນໃນຂອບເຂດທົ່ວປະເທດ. ເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ການຜະລິດ, ດຳເນີນທຸລະກິດ; ໂດຍພື້ນຖານແມ່ນ ບໍ່ປະໃຫ້ເກີດສິ່ງກີດຂວາງ, ແອອັດໃນການຂົນສົ່ງຜູ້ໂດຍສານ, ການຈໍລະຈອນສິນຄ້າ”.
        ກ່ຽວກັບການຮັບປະກັນຊີວິດສັງຄົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໃຫ້ຮູ້ວ່າ:
        “ລັດຖະບານໄດ້ສຸມໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການ, ພິເສດແມ່ນຢູ່ທ້ອງຖິ່ນ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາວິສາຫະກິດ, ຜູ້ອອກແຮງງານ ປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອໃນຕໍ່ໜ້າ, ນັບແຕ່ນີ້ຮອດທ້າຍປີ 2021 ແລະ ຕົ້ນປີ 2022, ຮັບປະກັນດຶງດູດແຫຼ່ງສະໜອງຜູ້ອອກແຮງງານ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຜະລິດ ດຳເນີນທຸລະກິດໃນບໍລິເວນ, ໂດຍສະເພາະແມ່ນເຂດເສດຖະກິດ, ເຂດອຸດສາຫະກຳໃນໄລຍະໄວທີ່ສຸດ ຕິດພັນກັບການຮັບປະກັນຄວາມປອດໄພຕໍ່ໂລກລະບາດ. ໃນໄລຍະຍາວ, ແມ່ນຜັນຂະຫຍາຍບັນດາມາດຕະການຟື້ນຟູ ແລະ ພັດທະນາຕະຫຼາດແຮງງານຢ່າງຄົບຊຸດ, ມີປະສິດທິຜົນ”.
        ກ່າວຄຳເຫັນສະຫຼຸບວາລະຊັກຖາມ ແລະ ຕອບຄຳຊັກຖາມ ທຳອິດຂອງອາຍຸການຊຸດທີ XV, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕີລາຄາສູງຕໍ່ເນື້ອໃນຊັກຖາມ ແລະ ຕອບຄຳຊັກຖາມ. ຜ່ານການຊັກຖາມໄດ້ຊີ້ໃຫ້ເຫັນວ່າ, ບັນດາໝວດບັນຫາທີ່ໄດ້ຄັດເລືອກມາຊັກຖາມແມ່ນຖືກຕ້ອງກັບຄວາມສົນໃຈຂອງສັງຄົມ. ສິ່ງດັ່ງກ່າວໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງເຖິງການຕິດຕາມກວດກາຢ່າງມີປະສິດທິຜົນຂອງສະພາແຫ່ງຊາດ.
ຕອນບ່າຍວັນທີ 12 ພະຈິກ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມປີ 2022, ດ້ວຍບັດເຫັນດີເຫັນພ້ອມ 472 ບັດ, ເທົ່າກັບ 94,59%. 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top