• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ຢູ່ ຫວຽດນາມ ​ແລະ ​ໃນ​ໂລກ

ວັນທີ 15 ມິຖຸນາ ແມ່ນພໍດີ 2 ເດືອນເຕັມ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ.

ວັນທີ 15 ມິຖຸນາ ແມ່ນພໍດີ 2 ເດືອນເຕັມ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ (ພາບ: ກະຊວງສາທາລະນະສຸກ)

ຕາມຂ່າວທີ່ໄດ້ອອກໃນເວລາ 6  ໂມງ ຂອງວັນທີ 15 ມິຖຸນາ ຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ວັນທີ 15 ມິຖຸນາ ແມ່ນພໍດີ 2 ເດືອນເຕັມ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ.

        ໄລ່ຮອດປັດຈຸບັນ,ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີຢູ່ຫວຽດນາມ ແມ່ນ 323/334 ກໍລະນີ ເຊິ່ງກວມເອົາ 96,7% ຍອດຈໍານວນຜູ້ຕິດເຊື້ອທັງໝົດຢູ່ຫວຽດນາມ. 11 ກໍລະນີຕິດເຊື້ອພະຍາດທີ່ຍັງເຫຼືອ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍ, ຄົນເຈັບສ່ວນຫຼາຍມີອາການສຸຂະພາບເປັນປົກກະຕິ, ກໍລະນີເປັນໜັກທີ່ສຸດແມ່ນ ນັກບິນຊາວ ອັງກິດ ກໍສາມາດຫາຍໃຈດ້ວຍຕົນເອງ ໄດ້ 60 ຊົ່ວໂມງແລ້ວ.

        ໃນຂະນະນັ້ນ, ຕາມເວັບໄຊ ສະຖິຕິ worldometers.info, ໂລກລະບາດໄດ້ແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄວ້ນໃນໂລກ. ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 15 ມິຖຸນາ (ຕາມເວລາຫວຽດນາມ), ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດໃນທົ່ວໂລກ ແມ່ນ  7.984.432 ກໍລະນີ, ໃນນັ້ນ ມີ 435.111 ກໍລະນີເສຍຊີວິດ, 4.104.373 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ຈໍານວນຜູ້ຕິດເຊື້ອພະຍາດມີທ່າອ່ຽງຫຼຸດລົງຢູ່ ປະເທດສ່ວນຫຼາຍໃນໂລກ, ເຖິງຢ່າງໃດກໍຕາມ, ການຜັນແປທີ່ໜ້າເປັນຫ່ວງແມ່ນ ບາງປະເທດ ອາຊີ ຄື ຈີນ, ສ.ເກົາຫຼີ, ອິນເດຍ... ຕ້ອງປະເຊີນໜ້າກັບຄວາມສ່ຽງໂລກລະບາດລະເບີດຂຶ້ນຄັ້ງທີ 2.

        ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບທີ 1 ກ່ຽວກັບຈໍານວນຜູ້ຕິດເຊື້ອກໍຄືຜູ້ເສຍຊີວິດ, ຖັດມາແມ່ນ ບຣາຊີນ. 

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top