• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ ແລະ ຢູ່ຫວຽດນາມ

      ຕາມເວັບໄຊ Worldometers.inforແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 7 ສິງຫາ (ຕາມເວລາຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 19.23 ລ້ານຄົນ, ໃນນັ້ນມີ 716.500 ຄົນເສຍຊີວິດ.

ພາບຖ່າຍສູ້ສານແຫ່ງໜຶ່ງຢູ່ອາບຟຼິກກາ (ພາບ: AP) 
      ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັ້ກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນຫຼາຍກ່ວາ 5 ລ້ານຄົນ ແລະ ມີຜູ້ເສຍຊີວິດແມ່ນຫຼາຍກ່ວາ 162.700 ຄົນ.
            ແລະກໍ່ໃນວັນດຽວກັນ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 3 ຄົນ. ໃນນັ້ນ ຢູ່ແຂວງກ໋ວາງຈິ: 2 ຄົນ, ແທັງຮ໊ວາ: 1 ຄົນ. ບັນດາຜູ້ຕິດເຊື້ອພະຍາດ Covid – 19 ດັ່ງກ່າວລ້ວນແຕ່ກ່ຽວຂ້ອງເຖິງດ່ານັ໊ງ.
            ດັ່ງນັ້ນໄລ່ຮອດ ເວລາ 6ໂມງ ວັນທີ 7 ສິງຫາ,  ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 750 ຄົນ, ໃນນັ້ນ ມີ 392 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 10 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ໃນ​ລະ​ຫວ່າງວັນ​ທີ 1 – 2 ກໍ​ລະ​ກົດ, ໂຄງ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ໄລ​ຍະ​ ແລະ ກັ່ນ​ຕອງ​ພະ​ຍາດ​ໂດຍ​ບໍ່​ເກັບ​ຄ່າ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ 49 ຕາ​ແສງ​ທຳ​ອິດ​ຂອງງ​ຮ່າ​ໂນ້ຍ, ຫຼັງ​ຈາກ​ນັ້ນ ຈະ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ນະ​ຄອນ.

Top