• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ

ມີ 11 ກຸ່ມເປົ້າໝາຍບຸລິມະສິດຈະໄດ້ຊັບຊ້ອນສັກວັກຊິນທຳອິດ, ລວມມີ: ພາລະກອນການແພດ; ພາລະກອນເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ; ພາລະກອນການທູດ...
(ພາບປະກອບ: TTXVN)

ຕອນບ່າຍວັນທີ 22 ກຸມພາ, ທ່ານປະທານຄະນະກຳມການປະຊາຊົນນະຄອນ ຫາຍຟ່ອງ ຫງວຽນວັນຕຸ່ງ ໄດ້ຈັດກອງປະຊຸມກັບບັນດາທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພາຍຫຼັງທີ່ ຫາຍຟ່ອງ ກວດພົບ 2 ກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

        ວັນທີ 22 ກຸມພາ, ແຂວງ ກວາງນິງ ໄດ້ເປັນເອກະພາບນຳກັນວ່າ, ນັບແຕ່ວັນທີ 1 ມີນາ, ນັກຮຽນໃນບໍລິເວນແຂວງຈະໄປໂຮງຮຽນດ້ວຍການຄວບຄຸມໂລກລະບາດຢູ່ລະດັບໃໝ່, ສູງກວ່າ ແລະ ມອບໃຫ້ຂະແໜງສຶກສາກະກຽມແຜນການເພື່ອໃຫ້ນັກຮຽນໄປໂຮງຮຽນດ້ວຍຄວາມປອດໄພ.

        ຕອນບ່າຍວັນດຽວກັນ, ທ່ານ ຮ່ວາງດຶກແຮ້ງ, ຮອງຫົວໜ້າພະແນກສາທາລະນະສຸກຮ່າໂນ້ຍ ໃຫ້ຮູ້ວ່າ, ໃນ 7 ມື້ຜ່ານມາ ຮ່າໂນ້ຍ ບໍ່ກວດພົບກໍລະນີຕິດໂລກລະບາດໃນຊຸມຊົນ.

        ກ່ຽວກັບເລື່ອງສັກວັກຊິນ, ການແນະນຳກ່ຽວກັບເລື່ອງອະນຸມັດຜ່ານແຜນການຮັບ, ເກັບຮັກສາ ແລະ ນຳໃຊ້ວັກຊິນກັນພະຍາດໂຄວິດ-19 ໄລຍະ 2021 – 2022 ໂດຍ Covax Facility ໜູນຊ່ວຍ ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕ໊ຽນ ໄດ້ເຊັນໃນວັນທີ 22 ກຸມພາ. ຕາມນັ້ນແລ້ວ, ມີ 11 ກຸ່ມເປົ້າໝາຍບຸລິມະສິດຈະໄດ້ຊັບຊ້ອນສັກວັກຊິນທຳອິດ, ລວມມີ: ພາລະກອນການແພດ; ພາລະກອນເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ; ພາລະກອນການທູດ, ພາສີ, ພະນັກງານເຮັດວຽກງານເຂົ້າອອກເມືອງ; ກຳລັງທະຫານ ແລະ ຕຳຫຼວດ; ຄູອາຈານ; ຜູ້ອາຍຸສູງກວ່າ 65 ປີ…

ໄລ່ຮອດເວລາ 18 ໂມງຂອງວັນທີ 23 ກຸມພາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 6 ຄົນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2.401 ຄົນ ແລະ ໄດ້ປິ່ນປົວຫາຍດີເປັນປົກກະຕິໃຫ້ 1.717 ຄົນ, ມີ 35 ຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top