• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ປະຕິເສດມະຕິຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ

ວັນທີ 14 ສິງຫາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ປະຕິເສດມະຕິ ໂດຍອາເມລິກາ ສະເໜີກ່ຽວກັບເລື່ອງຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ ເຊິ່ງຈະໝົດອາຍຸໃນເດືອນ ຕຸລາ ຈະມາເຖິງຕາມຂໍ້ກຳນົດ. 

ພາບປະກອບ / THX/TTXVN

ມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນ 2 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 11 ບັດ. ໃນຖະແຫຼງການ ກ່ອນທີ່ສະພາຄວາມໝັ້ນຄົງຈະປະກາດໝາກຜົນການປ່ອນບັດຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ສະແດງຄວາມຜິດຫວັງຕໍ່ໝາກຜົນການປ່ອນບັດດັ່ງກ່າວ. ເລື່ອງມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນພຽງແຕ່ 2 ບັດ ນັ້ນໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ນັບມື້ນັບຢູ່ໂດດດ່ຽວໃນບັນຫານິວເຄຼຍຂອງ ອີຣານ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຕັດສິນໃຈຖອນ ອາເມລິກາ ອອກຈາກແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເມື່ອເດືອນ ພຶດສະພາ 2018. 
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top