• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສືບສວນອາວຸດຊີວະສາດຢູ່ ຢູແກຼນ

ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສ້າງຕັ້ງກຸ່ມສືບສວນບັນດາຂໍ້ກ່າວຫາທີ່ວ່າ: ອາເມລິກາ ແລະ ຢູແກຼນ ມີໂຄງການອາວຸດຊີວະສາດຢູ່ ຢູແກຼນ.

ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສ້າງຕັ້ງກຸ່ມສືບສວນບັນດາຂໍ້ກ່າວຫາທີ່ວ່າ: ອາເມລິກາ ແລະ ຢູແກຼນ ມີໂຄງການອາວຸດຊີວະສາດຢູ່ ຢູແກຼນ.

    

ວາລະປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ:Reuters)

ວັນທີ 2 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ບໍ່ຮັບຮອງເອົາຮ່າງມະຕິກ່ຽວກັບການສ້າງຕັ້ງກຸ່ມສືບສວນບັນດາຂໍ້ກ່າວຫາທີ່ວ່າ: ອາເມລິກາ ແລະ ຢູແກຼນ ມີໂຄງການອາວຸດຊີວະສາດຢູ່ ຢູແກຼນ. ລັດເຊຍ ແລະ ຈີນ ໄດ້ປ່ອນບັດສະໜັບສະໜູນຮ່າງມະຕິໃນຂະນະທີ່ 3 ປະເທດສະມາຊິກບໍ່ເປັນທາງການອື່ນແມ່ນ: ອາເມລິກາ, ອັງກິດ ແລະ ຝລັ່ງ ໄດ້ປ່ອນບັດຄັດຄ້ານ. 10 ປະເທດສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດຂາວ.

        ລັດເຊຍ ໄດ້ຊີ້ແຈ້ງຫຼາຍເທື່ອເຖິງບັນຫາອາວຸດຊີວະສາດ ແລະ ເຄມີຢູ່ ຢູແກຼນ ທີ່ກອງປະຊຸມຂອງສະພາແຄວາມໝັ້ນຄົງນັບແຕ່ເມື່ອປະເທດນີ້ປຸກລະດົມບັ້ນຮົບການກະທານພິເສດຢູ່ ຢູແກຼນ. ອາເມລິກາ ແລະ ຢູແກຼນ ລ້ວນແຕ່ຄັດຄ້ານບັນດາຄຳກ່າວຫາຂອງລັດເຊຍ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top