ຂ່າວສານ
ສະຖານທູດ ອິນເດຍ ລົງນາມໃນບົດບັນທຶກຊ່ວຍຈຳ ກັບ 8 ທ້ອງຖິ່ນຂອງ ຫວຽດນາມ ກ່ຽວກັບການຜັນຂະຫຍາຍໂຄງການກະທົບໄວ

ໃນບົດກ່າວປາໄສຢູ່ພິທີລົງນາມທີ່ໄດ້ດຳເນີນແບບທາງໄກ, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ໄດ້ຮັບຮູ້ຜົນສຳເລັດ ຂອງໂຄງການກະທົບໄວ ຢູ່ ຫວຽດນາມ, ພ້ອມທັງຢັ້ງຢືນກ່ຽວກັບ ລັກສະນະທີ່ມີປະໂຫຍດ ຂອງ ໂຄງການ ໃນການນຳມາເຊິ່ງ ການຫັນປ່ຽນໄວຢູ່ຂັ້ນຮາກຖານ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ ການຮ່ວມມືລະຫວ່າງ ສະຖານທູດແລະ ອຳນາດການປົກຄອງ ຂອງທ້ອງຖິ່ນ ໃນການຜັນຂະຫຍາຍໂຄງການຢ່າງຖືກຕ້ອງຕາມຄວາມຄືບໜ້າໄດ້ ສະແດງໃຫ້ເຫັນກຳລັງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ອິນເດຍ ແລະ ຫວຽດນາມ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ໃນການບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ ຢູ່ ຫວຽດນາມ.
ຕາມສະຖານທູດ ອິນເດຍແລ້ວ, ບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມໃນປີນີ້ແມ່ນ ເພື່ອແນໃສ່ຜັນຂະຫຍາຍໂຄງການມຸ່ງໄປເຖິງຂັ້ນຮາກຖານຢູ່ 10 ແຂວງ, ນະຄອນ. ເປັນອັນວ່າ, ໂຄງການກະທົບໄວ (QIP) ທັງໝົດ ຂອງ ອິນເດຍ ທີ່ຜັນຂະຫຍາຍຢູ່ ຫວຽດນາມ ແມ່ນຂຶ້ນເຖິງ 37 ໂຄງການ ແລະ ໄດ້ປະຕິບັດ ຢູ່ 33 ແຂວງ, ນະຄອນ.
(ແຫຼ່ງຄັດຈາກ VOV)