• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມຢູ່ຕ່າງປະເທດຈັດຕັ້ງພິທີໄວ້ອາໄລອາດີດປະທານປະເທດເລດຶກແອັງ

      ໃນສອງວັນໄວ້ອາໄລລະດັບຊາດ ອາດີດປະທານປະເທດ ພົນເອກ ເລດຶກແອັງ ທຸງຊາດ ຫວຽດນາມ ຢູ່ຄະນະເລຂາ ອາຊຽນໄດ້ເອົາລົງເຄິ່ງເສົ້າ.

ພະນັກງານ, ພາລະກອນ ສະຖານທູດ ຫວຽດນາມປະຈຳຍີ່ປຸ່ນ ໄວ້ອາໄລ
ທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ ຫວຽດນາມ.
      ວັນທີ 3 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານພົນເອກ ເລດຶກແອັງ ອາດີດປະທານປະເທດ ຫວຽດນາມ. ເຂົ້າຮ່ວມພິທີມີທ່ານນາງ ເລິມແທັງເຟືອງ, ອຸປະທູດສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນ; ພະນັກງານ, ພາລະກອນ ສະຖານທູດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຍີ່ປຸ່ນ; ຕາງໜ້າບັນດາອົງການຈັດຕັ້ງ, ສ່ວນບຸກຄົນຂອງປະເທດປະຈຳຖິ່ນ; ຕາງໜ້າ ບາງຄະນະທຸຕານຸທູດຂອງບາງປະເທດ ຄື ລາວ, ມຽນມາ, ອີນເດຍ ຢູ່ ນະຄອນຫຼວງ ໂຕກຽວ.
        ກ່າວຄຳເຫັນທີ່ພິທີໄວ້ອາໄລ, ທ່ານນາງ ເລິມແທັງເຟືອງ ໄດ້ກ່າວໂດຍຫຍໍ້ຊີວິດປະຫວັດຫຍໍ້, ຊີວິດ ແລະ ພາລະກິດ ຂອງທ່ານພົນເອກ ເລດຶກແອັງ ອາດີດປະທານປະເທດ. ທ່ານນາງໄດ້ເນັ້ນໜັກວ່າ: ກ່ວາ 80 ປີທີ່ເຄື່ອນໄຫວປະຕິວັດ, ທ່ານ ພົນເອກ ເລດຶກແອັງ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຫຼາຍຢ່າງຕໍ່ພາລະກິດປະຕິວັດອັນ ສະຫງ່າລາສີຂອງພັກ ແລະ ຂອງຊາດ; ການຈາກໄປຂອງທ່ານແມ່ນຄວາມເສຍຫາຍອັນໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລເປັນເວລາ 1 ນາທີຕໍ່ດວງວິນຍານຂອງ ທ່ານພົນເອກ ເລດຶກແອັງ ອາດີດປະທານປະເທດ ຫວຽດນາມ. ຫຼັງຈາກນັ້ນ, ຕາງໜ້າບັນດາອົງການຈັດຕັ້ງ ແລະສ່ວນບຸກຄົນໄດ້ຂຽນໃສ່ໃນປື້ມໄວ້ອາໄລ.
        ແລະ ກໍ່ໃນວັນດຽດກັນ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍ່ຈັດຕັ້ງ ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານພົນເອກ ເລດຶກແອັງ ອາດີດປະທານປະເທດ ຫວຽດນາມຢ່າງສົມກຽດ. ບັນດາພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າ ຂອງຫວຽດນາມ ປະຈຳອິນໂດເນເຊີຍໄດ້ຈຸດທູບ ອາໄລຫາ ແລະ ສະຫງວນເວລາ 1 ນາທີເພື່ອກົ້ນຫົວໄວ້ອາໄລຕໍ່ດວງວິນຍານຂອງທ່ານພົນເອກເລດຶກແອັງ ອາດີດປະທານປະເທດ ຫວຽດນາມ.
        ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ສະແດງໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານພົນເອກ ເລດຶກແອັງ ອາດີດປະທານປະເທດ ຫວຽດນາມ, ເຊິ່ງເປັນການນຳດີເດັ່ນຂອງພັກ ແລະ ລັດ ຫວຽດນາມ.
        ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍ່ໄດ້ເປີດປື້ມໄວ້ອາໄລທ່ານພົນເອກເລດຶກແອັງ ອາດີດປະທານປະເທດ ຫວຽດນາມໃນລະຫວ່າງ ວັນທີ 3 – 4 ພຶດສະພາ. ໃນສອງວັນໄວ້ອາໄລລະດັບຊາດ ອາດີດປະທານປະເທດ ພົນເອກ ເລດຶກແອັງ ທຸງຊາດ ຫວຽດນາມ ຢູ່ຄະນະເລຂາ ອາຊຽນໄດ້ເອົາລົງເຄິ່ງເສົ້າ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top