• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານກົງສູນໃຫຍ່ຫວຽດນາມປະຈຳກວາງເຈົາຈັດພິທີສະເຫຼີມສະຫຼອງ67ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ-ຈີນ

ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ຫວຽດ​ນາມ ປະ​ຈຳ​ຈີນ ຫງວຽນ​ຕ໋ຽນ​ຮົ່ງ
(ພາບ: 
vietnamplus.vn)
           ຕອນ​ຄ່ຳ​ວັນ​ທີ 18/01, ຢູ່​ໂຮ​ງ​ແຮມ​ຮ​ວາ​ແວນຂອງ​ນະ​ຄອນກວາງ​​ເຈົາ, ແຂວງ ກວາງ​ຕຸງ, ປະ​ເທ​ດ​ຈີນ, ​ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ຫວຽດ​ນາມ ປະ​ຈຳ​ຈີນ ຫງວຽນ​ຕ໋ຽນ​ຮົ່ງ ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 67 ປີ​ແຫ່ງວັນ​ຫວຽດ​ນາມ ແລະ ຈີນ ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ (18/01/1950 – 18/01/2017). ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ ຫງວຽນ​ຕ໋ຽນ​ຮົ່ງ ເນັ້ນ​ໜັກ​ວ່າ: ໃນ​ຊຸມ​ປີ​ມໍ່ໆ​ມານີ້, ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ຈີນ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດຢັ້ງ. ການ​ນຳຂັ້ນ​ສູງ 2 ປະ​ເທດ​ໄດ້​ມີ​ການ​ຢ້ຽ​ມ​ຢາມ​ເຊິ່ງ​ກັນ ແລະ ກັນ​ເປັນ​ປະ​ຈຳ. ບັນ​ດາ​ການ​ຢ້ຽ​ມ​ຢາມ​ຂັ້ນ​ສູງ​ນັ້ນ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ 2 ຝ່າຍ ແລະ ນຳ​ມາ​ເຊິ່ງ​ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ຢ່າງ​ແທ​ດ​ຈິງ​ລະ​ຫວ່າງ 2 ປະ​ເທດ. ສະ​ເພາະ​ແຂວງ ກວາງ​ຕຸງ, ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ ຫງວຽນ​ຕ໋ຽນ​ຮົ່ງ ໃຫ້​ຮູ້​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ, ມີ​ຂໍ້​ຕົກ​ລົງ​ຫຼາຍ​ສະ​ບັບ​​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ ກັບ​ແຂ​ວງກວາງ​ຕຸງ ສືບ​ຕໍ່​ໄດ້​ຮັບ​ການປະ​ຕິ​ບັດ, ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ​ລະ​ຫວ່າງ 2 ຝ່າຍ​​ໃຫ້ພັດ​ທະ​ນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top