
ວັນທີ 04 ພຶດສະພາ, ທີ່ສະໜາມບິນສາກົນວັດໄຕ ໄດ້ດຳເນີນພິທີມອບ-ຮັບ ການຊ່ວຍເຫຼືອຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດຈໍານວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງມາຊ່ວຍເຫລືອ ສປປ ລາວ ປະກອບມີ: ເຄື່ອງຊ່ວຍຫາຍໃຈຈຳນວນ 200 ເຄື່ອງ, ທາດຂ້າເຊື້ອພະຍາດ (ChloramineB) ຈຳນວນ 10.000 ກິໂລ, ໜ້າກາກອະນາໄມຈໍານວນ 2 ລ້ານແຜ່ນ ແລະ ອື່ນໆ. ໃຫ້ກຽດຕາງໜ້າກ່າວມອບໂດຍທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດແຫ່ງ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມກັບຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວທ່ານ ກິແກ້ວ ໄຂຄໍາພິທູນ ກໍ່ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໂດຍຜ່ານທ່ານຮອງລັດຖະມົນຕີ ໂຕແອັງຢຸງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ເວລາໃດກໍ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ມາຕະຫລອດ.

ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ປະກອບສ່ວນອັນສໍາຄັນ ສ້າງຂວັນກໍາລັງໃຈອັນໃຫຍ່ຫຼວງ ແລະ ເພີ່ມກໍາລັງແຮງໃຫ້ແກ່ບັນດາແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນ ຫຼາຍໃນທຸກມື້. ພ້ອມນີ້, ກໍ່ຈະເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງ ປິ່ນປົວຢູ່ໃນໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດ.
(ແຫຼ່ງຄັດຈາກ VOV)